ວັນທີ 6 ມິຖຸນາ 2022 ຜ່ານມາ ທີ່ຫ້ອງວ່າການເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກອົງດານກາແດງແຫ່ງຊາດລາວ ເພື່ອນໍາໄປມອບຕໍ່ໃຫ້ແກ່ປະຊາຊົນ 27 ບ້ານ 72 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວີດ-19.
ໃນໂອກາດນີ້ ຕາງໜ້າຈາກເມືອງສັງທອງ ກ່າວຮັບໂດຍທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ກ່າວມອບຂອງທ່ານ ບຸນລໍ້າ ສຸວັນນະຊັບ ຮອງຜູ້ຕາງໜ້າອົງການກາແດງສະວິດປະຈໍາ ສປປ ລາວ ມີບັນດາຕາງໜ້າຈາກຫ້ອງວ່າການເມືອງ ຄະນະອົງການກາແດງແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮວ່ມ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄືອງບັນເທົາທຸກ ແລະ ເຄື່ອງສຸຂະອານາໄມ 144 ຊຸດ ປະກອບມີ: ສະບູ ຢາຖູແຂ້ວ ຜ້າອະນາໄມ ທິດຊູ ຈອກຢາງ ຖົງຜ້າ ບ່ວງຖ້ວຍ ເຂົ້າສານ ປາກະປ໋ອງ ນໍ້າປາແກ້ວໃຫ່ຍ ປາມຶກອັນທິບ ນໍ້າມັນພືດແກ້ວໃຫ່ຍ ຜ້າປິດປາກ-ດັງ ສະບູ ແລະ ຖົງລາຍໃສ່ເຄື່ອງ ມູນຄ່າທັງໝົດ 18.398.000 ກີບ.
# ຂ່າວ – ພາບ : ວຽງມາ