ຮ່ວມກັນສ້າງຄວາມເຂັ້ມແຂງດ້ານຄຳປຶກສາກ່ຽວກັບສຸຂະພາບຈິດໃຫ້ໄວໜຸ່ມທີ່ມີຄວາມສ່ຽງ

    ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ລັດຖະບານຟີລິບປິນ ຮ່ວມມືກັນເພື່ອສະໜອງການຊ່ວຍເຫຼືອທາງດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ (MHPSS) ໃຫ້ແກ່ໄວໜຸ່ມ ເພື່ອເປັນສ່ວນໜຶ່ງໃນການຕອບໂຕ້ຕໍ່ພະຍາດໂຄວິດ-19 ໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ມີທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານນາງ ດີນາ ຈອຍ ອາມາຕອງ ເອກອັກຄະລັດຖະທູດແຫ່ງສາທາລະນະລັດຟີລິບປິນ ປະຈຳລາວ ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ນາງ ດີນາ ຈອຍ ອາມາຕອງ ກ່າວວ່າ: ພວກເຮົາເຊື່ອໝັ້ນໃນຄວາມສໍາຄັນຂອງການຮ່ວມມືເພື່ອເສີມຂະຫຍາຍຄວາມສະຫວັດດິພາບຂອງໄວໜຸ່ມ ດ້ວຍກົນໄກແຫ່ງຊາດທີ່ໄດ້ວາງອອກ ໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຮ່ວມກັບຂອງອົງການ UNFPA ເພື່ອເລັ່ງການຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດໃນຍຸດທະສາດແຫ່ງຊາດເພື່ອການພັດທະນາໄວໜຸ່ມ ແລະ ເຍົາວະຊົນ ໂດຍສະເພາະ ໃນຂົງເຂດການປົກປ້ອງທາງສັງຄົມ ໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການບັນລຸຂອບແຜນວຽກນາງນ້ອຍ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ການຮ່ວມມືນີ້ ເພື່ອສ້າງຄວາມເຂັ້ມແຂງໃນການບໍລິການສາຍດ່ວນເພື່ອໃຫ້ຄໍາປຶກສາດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມໃຫ້ແກ່ແມ່ຍິງ ເດັກຍິງ ແລະ ໄວໜຸ່ມທີ່ອົງການ UNFPA ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ແລະ ແຜນເຄື່ອນໄຫວຕໍ່ໜ້າ ໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈະເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານ ເຊີ່ງລວມມີການເຝິກອົບຮົມເພື່ອສ້າງຂີດຄວາມສາມາດໃຫ້ຜູ້ໃຫ້ຄໍາປຶກສາໄວໜຸ່ມໃນຂົງເຂດຕ່າງໆເຊັ່ນ: ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ການຈັດການກັບຄວາມຕຶງຄຽດ ແລະ ຄວາມສໍາພັນລະຫວ່າງໄວໜຸ່ມ ຫຼັງຈາກການເຝິກອົບຮົມ ຜູ້ໃຫ້ຄໍາປຶກສາຈະສາມາດໃຫ້ການບໍລິການທີ່ມີຄຸນນະພາບ ແລະ ເປັນມິດກັບໄວໜຸ່ມ.

    ທ່ານ ນາງ ມາຣຽມ ເອ ຄານ ກ່າວວ່າ UNFPA ຈໍາເປັນທີ່ຕ້ອງເຊື່ອມສານການສະໜັບສະໜູນດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມໃຫ້ຫຼາຍຂຶ້ນ ເພື່ອປົກປ້ອງສຸຂະພາບ ແລະ ກຽດສັກສີຂອງແມ່ຍິງ ໄວໜຸ່ມຍິງ ເດັກຊາຍ ແລະ ຜູ້ຊາຍ ການຮ່ວມມືສາມຝ່າຍຄັ້ງນີ້ ແມ່ນການຮ່ວມມືຍຸດທະສາດລະຫວ່າງອົງການ UNFPA ລັດຖະບານຟີລິບປິນ ແລະ ສປປ ລາວ ເຊິ່ງວິທີການຮ່ວມມືໃນລັກສະນະນີ້ ຈະມີຄວາມສໍາຄັນ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນອາຊຽນ ອົງການ UNFPA ໄດ້ສະໜັບສະໜູນຄູ່ຮ່ວມງານໃນປະເທດຕ່າງໆເພື່ອສ້າງການເຝິກອົບຮົມທີ່ໄດ້ມາດຕະຖານກ່ຽວກັບການຊ່ວຍເຫຼືອດ້ານສຸຂະພາບຈິດ ແລະ ຈິດຕະສັງຄົມ ໂດຍປະກອບມີອຸປະກອນຈໍາເປັນສໍາລັບຜູ້ໃຫ້ຄໍາປຶກສາ ແລະ ອາສາສະໝັກ.

    ໂອກາດນີ້ ທ່ານ ນວນທອງ ສຸວັນວິໄຊ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍລັດຖະບານຟີລິບປິນ ທີ່ໄດ້ຮ່ວມມືກັບອົງການ UNFPA ໃນການສະໜັບສະໜູນການພັດທະນາໄວໜຸ່ມ ແລະ ເຍົາວະຊົນລາວ ໂດຍສະເພາະການບໍລິການໃຫ້ຄຳປຶກສາກ່ຽວກັບສຸຂະພາບຈິດ ແລະ ບັນຫາທົ່ວໄປສຳລັບໄວໜຸ່ມ ພ້ອມທັງສົ່ງເສີມໃຫ້ມີການເຂົ້າເຖິງການບໍລິການໃຫ້ຄໍາປຶກສາເພື່ອຮັບມືກັບຄວາມກົດດັນ ແລະ ບັນຫາທີ່ເຂົາເຈົ້າກໍາລັງປະເຊີນຢ່າງຖືກວິທີ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!