ກອງປະຊຸມສະໄໝສາມັນຄົບຄະນະກຳມະການທິການແຫ່ງຊາດ ຄັ້ງທີ X ຂອງຄະນະກໍາມະທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ (ຄຊພຊ) ແບບເຊິ່ງໜ້າ ແລະ ລະບົບທາງໄກ ໄດ້ຈັດຂຶ້ນວັນທີ 6 ມິຖຸນາ 2022 ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໂດຍເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານ ຄຊພຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ ແລະ ສັງຄົມ ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບກໍາມະການຂອງ ຄຊພຊ ຂັ້ນສູນກາງ ແລະ ຂັ້ນແຂວງ ນະຄອນຫຼວງ ກອງເລຂາ ຄຊພຊ.
ທ່ານ ພຸດ ສິມມາລາວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນສໍາລັບ ຄຊພຊ ເພື່ອມາຮ່ວມກັນສະຫຼຸບຕີລາຄາ ແລະ ປຶກສາຫາລືການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ຕີລາຄາການປະຕິບັດມະຕິກອງປະຊຸມ ຄຊພຊ ຄັ້ງທີ IX ຜ່ານມາ ພ້ອມທັງກະກຽມວາງແຜນພັດທະນາຊັບພະຍາກອນມະນຸດໃນຕໍ່ໜ້າໃຫ້ມີຄຸນນະພາບ ໂດຍສະເພາະ ໃນສະພາບແວດລ້ອມຂອງການປ່ຽນແປງໃໝ່ຂອງໂລກ ບັນດາປັດໄຈທີ່ເປັນອຸປະສັກກີດຂວາງທີ່ເກີດຂຶ້ນໃໝ່ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ເພື່ອເຮັດໃຫ້ຊັບພະຍາກອນມະນຸດເຮົາສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ
ວຽກງານການພັດທະນາຊັບພະຍາກອນມະນຸດ ຜ່ານມາຍັງບໍ່ທັນໄດ້ຮັບການເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນໃນຂອດການຈັດຕັ້ງປະຕິບັດເທົ່າທີ່ຄວນ ເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນພັດທະນາຂອງແຕ່ລະຂະແໜງການ ຫຼື ແຜນພັດທະນາຂອງແຕ່ລະທ້ອງຖິ່ນຍັງບໍ່ໄດ້ກຳນົດລະອຽດ ຈຳນວນຄວາມຕ້ອງການຊັບພະຍາກອນມະນຸດໃນແຕ່ລະດ້ານ ເຊິ່ງສະແດງອອກໃນການຜັນຂະຫຍາຍຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຫຼາຍພາກສ່ວນເຮັດສໍາເລັດ ບາງພາກສ່ວນເຮັດພໍໃຫ້ແລ້ວ ບາງພາກສ່ວນໃກ້ຈະສໍາເລັດ ແລະ ຈໍານວນໜ້ອຍໜຶ່ງບໍ່ທັນໄດ້ເຮັດ ຫຼາຍພາກສ່ວນມີຄໍາເຫັນໃຫ້ການພັດທະນາຊັບພະຍາກອນມະນຸດສອດຄ່ອງກັບຄວາມຕ້ອງການຂອງການພັດທະນາ ແລະ ສາຂາວິຊາຊີບທີ່ມີຄວາມຕ້ອງການຂອງຕະຫຼາດແຮງງານ ແຕ່ພໍໃຫ້ພາກສ່ວນກ່ຽວຂ້ອງສະໜອງຂໍ້ມູນຄວາມຕ້ອງການມາ ພັດບໍ່ມີລາຍລະອຽດ ບາງພາກສ່ວນບໍ່ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືເທົ່າທີ່ຄວນ ໂດຍສະເພາະໃນຂົງເຂດເສດຖະກິດທີ່ມີການນໍາໃຊ້ ແລະ ຈ້າງງານເຮັດໃຫ້ການພັດທະນາຊັບພະຍາກອນມະນຸດຜ່ານມາມີສະພາບການສ້າງເຫຼືອ ສ້າງບໍ່ພຽງພໍໃນບາງຂົງເຂດ ສົ່ງຜົນໃຫ້ການພັດທະນາຊັບພະຍາກອນມະນຸດບໍ່ທັນໄດ້ຮັບໝາກຜົນ ແລະ ສອດຄ່ອງຕາມຈຸດປະສົງ ແລະ ຄາດໝາຍຂອງລັດຖະບານ ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ຮ່ວມກັນຄົ້ນຄວ້າ ແລະ ປຶກສາຫາລືແກ້ໄຂໃຫ້ສອດຄ່ອງ.
ໃນໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍກນຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຂອງ ຄຊພຊ ແລະ ໄດ້ມີຄຳເຫັນແລກປ່ຽນເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນບັນດາຄະນະກຳມະການພັດທະນາຊັບພະຍາກອນມະນຸດຂັ້ນສູນກາງ ແລະຂັ້ນແຂວງ ຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ຊີ້ນຳນຳພາການຈັດຕັ້ງປະຕິບັດບາງດ້ານເປັນຕົ້ນການສຸມໃສ່ຄົ້ນ ຄວ້າຮ່າງມະຕິກ່ຽວກັບວຽກງານພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ກົມການເມືອງສູນກາງພັກພິຈາລະນາ ເຊິ່ງເນື້ອໃນຂອງມະຕິຕ້ອງມີຈຸດສຸມທີ່ຊັດເຈນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບເສດຖະກິດປາຍແຫຼມ ຮັບປະກັນຄວາມສອດຄ່ອງລະຫວ່າງການສ້າງ ແລະ ການຊົມໃຊ້ ສໍາລັບທິດທາງໃຫ້ເນັ້ນໜັກໃສ່ການສຶກສາອົບຮົມແນວຄິດການເມືອງ ຄຸນສົມບັດສິນທຳປະຕິວັດ ສະຕິຊາດ ການປັບປຸງສຸຂະພາບການປັບປຸງຄຸນນະພາບຂອງການສຶກສາ ທຸກຊັ້ນ-ທຸກສາຍ ແລະ ການພັດທະນາທັກສະສີມືແຮງງານ ພ້ອມທັງມີການແບ່ງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງໃຫ້ຊັດເຈນ ສຳລັບງົບປະມານໃນການເຄື່ອນໄຫວວຽກງານດັ່ງກ່າວໃນສະພາບທີ່ລັດຖະບານຍັງມີຄວາມຫຍຸ້ງຍາກດ້ານງົບປະມານກໍໃຫ້ຈັດສັນ ໃຫ້ຂະແໜງການຕົນເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ມີຄວາມຈຳເປັນ ເພື່ອບັນລຸຍຸດທະສາດ ຄຊພຊ ໃຫ້ມີຜົນສຳເລັດເທື່ອລະກ້າວ.
# ຂ່າວ – ພາບ : ລັດເວລາ