ປຶກສາຫາລືໃນການຊຸກຍູ້ສົ່ງເສີມ ຈວນກ ໃຫ້ຖືບັນຊີຖືກຕ້ອງຕາມລະບຽບກົດໝາຍ

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈວນກ) ກະຊວງອຸດສາຫະກໍາ ເເລະ ການຄ້າ ຮ່ວມກັບ ກົມຄຸ້ມຄອງການບັນຊີ ກະຊວງການເງິນ ຈັດກອງປະຊຸມຄັ້ງປະຖົມມະລຶກ ຄະນະຮັບຜິດຊອບຄົ້ນຄ້ວາ ສ້າງ ເເລະ ປັບປຸງກົນໄກການຊຸກຍູ້ ເເລະ ສົ່ງເສີມການຖືບັນຊີຂອງ ຈວນກ ວັນທີ 6 ມີນາ 2022 ທີ່ ໂຮງເເຮມເລີທາດຫຼວງ ດໍຣ ເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ປະທານສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ການພັດທະນາ ຈວນກ ແມ່ນມີບົດບາດສຳຄັນຢ່າງຍິ່ງ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ປະກອບ ສ່ວນໃນການສ້າງວຽກເຮັດງານທຳ ສ້າງລາຍຮັບ ສ້າງນະວະຕະກຳໃໝ່ໆ ແລະ ເຮັດໃຫ້ເສດຖະກິດມີການພັດທະນາຢ່າງທົ່ວເຖິງ ຕໍ່ເນື່ອງ ແລະ ຍືນຍົງ ເພາະວ່າ ຈວນກ ແມ່ນກວມອັດຕາສ່ວນໃຫຍ່ຂອງຫົວໜ່ວຍທຸລະກິດໃນ ສປປ ລາວ ອີງຕາມຜົນການສໍາຫຼວດເສດຖະກິດທົ່ວປະເທດ ປີ 2020 ທົ່ວປະເທດມີ ຈວນກ 134.577 ຫົວໜ່ວຍ ກວມເອົາ 99,8% ຈໍານວນ ໃນນີ້ ຈຸນລະວິສາຫະກິດກວມເອົາ 94%. ຜ່ານການສຶກສາ ແລະ ເກັບກຳຂໍ້ມູນໃນໄລຍະຜ່ານ ປັດຈຸບັນຍັງມີ ຈວນກ ຈໍານວນຫຼາຍຍັງບໍ່ຖືບັນຊີຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງ ຈວນກ ຍັງບໍ່ເຂົ້າໃຈ ແລະ ຍັງບໍ່ທັນເຫັນໄດ້ເຖິງຄວາມສຳຄັນຂອງການຖືບັນຊີ ການຖືບັນຊີນອກຈາກຈະເຮັດໃຫ້ ຈວນກ ເຂົ້າເຖິງແຫຼ່ງທຶນໄດ້ແລ້ວ ຍັງຈະເຮັດໃຫ້ ຈວນກ ຮູ້ບໍລິຫານເງິນ (ລາຍຮັບ-ລາຍຈ່າຍ) ຢ່າງມີປະສິດທິຜົນ ເຮັດໃຫ້ ຈວນກ ມີຄວາມເຂັ້ມແຂງ ແລະ ຍືນຍົງ ສະນັ້ນ ພັກ ແລະ ລັດຖະບານເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ ໂດຍໄດ້ອອກນະໂຍບາຍ ແລະ ມະຕິຄຳສັ່ງຕ່າງໆ ລວມທັງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະປີ 2021-2023 ໂດຍໄດ້ກຳນົດພັດທະນາ ຈວນກ ທີ່ຕິດພັນກັບການຊຸກຍູ້ການຜະລິດອຸດສາຫະກຳປຸງແຕ່ງໃນເຂດເສດຖະກິດພິເສດ ແລະ ຊຸກຍູ້ ວນກ ທີ່ໄດ້ຮັບສິນເຊື່ອອັດຕາດອກເບ້ຍ 3% ຕໍ່ປີ ບ້ວງເງິນລັດຖະບານທີ່ສະໜອງໃຫ້ ທສວ ໃນແຕ່ລະປີ ໃຫ້ຫັນມາຖືບັນຊີຖືກຕ້ອງຕາມກົດໝາຍວ່າດ້ວຍການຖືບັນຊີ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!