ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ໃຫ້ 8 ແຂວງພາກເໜືອ ຈັດຂຶ້ນໃນວັນທີ 6 ມິຖຸນາ 2022 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນປະທານຂອງທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຫົວໜ້າຫ້ອງການ ຫົວໜ້າກົມ ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກພາຍໃນ ຫົວໜ້າຂະແໜງຂົງເຂດວຽກງານພາຍໃນຈາກ 8 ແຂວງພາກເໜືອ ແລະ ຕາງໜ້າຈາກພະແນກການອ້ອມຂ້າງແຂວງຫຼວງພະບາງເຂົ້າຮ່ວມ.
ທ່ານ ປອ ທອງຈັນ ມະນີໄຊ ກ່າວວ່າ ກົດໝາຍວ່າດ້ວຍການສໍາຫຼວດ ວັດແທກ ແລະ ສ້າງແຜນທີ່ເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການຄຸ້ມຄອງການຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານການສໍາຫຼວດວັດແທກ ແລະ ສ້າງແຜນທີ່ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງການເຄື່ອນໄຫວວຽກງານສຳຫຼວດວັດແທກ ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ ແລະ ນິຕິກຳຕ່າງໆຂອງລັດວາງອອກ ສາມາດຄຸ້ມຄອງການເຄື່ອນໄຫວວຽກງານດັ່ງກ່າວຂອງບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ຢ່າງມີປະສິດທິຜົນ ເຮັດໃຫ້ການສ້າງ ແລະ ນຳໃຊ້ຂໍ້ມູນແຜນທີ່ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມີມາດຕະຖານເຕັກນິກດຽວກັນ ມີຄວາມສະດວກໃນການຄຸ້ມຄອງ-ກວດກາ ນຳໃຊ້ ແລະ ແລກປ່ຽນຂໍ້ມູນຮ່ວມກັນ ສະດວກໃນການປັບປຸງ ແລະ ສະໜອງຂໍ້ມູນ ສາມາດຫຼີກລ່ຽງການຈັດຕັ້ງປະຕິບັດວຽກງານສຳຫຼວດວັດແທກ ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ທີ່ຊ້ຳຊ້ອນກັນຂອງຫຼາຍຂະແໜງການ ທັງເປັນການປະຢັດງົບປະມານຂອງລັດຖະບານ.
ຈາກນັ້ນ ທ່ານ ປອ ທອງຈັນ ມະນີໄຊ ໄດ້ເຜີຍແຜ່ຄໍາສັ່ງວ່າດ້ວຍການເພິ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ແກ້ໄຂວຽກງານເຂດແດນເຊື່ອມຕໍ່ທົ່ວປະເທດ ແລະ ນາງ ສີໄຄ ສໍສິລິບຸນມາ ຫົວໜ້າກົມແຜນທີ່ແຫ່ງຊາດ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ ພ້ອມກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ສົນທະນາ ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນກ່ຽວກັບການແບ່ງຂອດ ແລະ ຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕົວຈິງມີຄວາມສະດວກ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
# ຂ່າວ – ພາບ : ອົ່ນ ໄຟສົມທອງ