ໄຊທານີ ສ້າງຂະບວນການປູກຕົ້ນໄມ້

   ເມືອງໄຊທານີ ນະຄອນຫຼວງວຽງຈັນ​ ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ປະຈຳປີ 2022​ ຂື້ນເມື່ອອາທິດຜ່ານມາ ຢູ່ກອງບັນຊາການທະຫານເມືອງ ມີທ່ານ ໜູກີ ສີຫາລາດ ຮອງເລຂາພັກເມືອງໄຊທານີ ມີບັນດາຫ້ອງການ ຫົວໜ້າກອງບັນຊາການທະຫານ ປກສ ເມືອງ ແລະ ພະນັກງານອ້ອມຂ້າງເຂົ້າຮ່ວມກວ່າ 100 ຄົນ.

   ຕົ້ນໄມ້ທີ່ນໍາມາປູກຄັ້ງນີ້ ມີໄມ້ປະດັບ ໄມ້ສະຝາງ ໄມ້ສາມສາ ກະຖິນນາລົງ ແລະ ໄມ້ວິກ ລວມທັງໝົດ 1.500 ຕົ້ນ ເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນ.​

# ຂ່າວ – ພາບ :  ລັດເວລາ

error: Content is protected !!