ປຶກສາຫາລືດ້ານວິຊາການກ່ຽວກັບການແກ້ໄຂການຄຸ້ມຄອງລາຄາສິນຄ້າຕິດພັນກັບອັດຕາແລກປ່ຽນ

   ໄລຍະຜ່ານມາ ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ປະຕິບັດຕາມໜ້າທີ່ ສິດ ແລະ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແຕ່ກໍບໍ່ປາສະຈາກບັນຫາການສວຍໂອກາດຂຶ້ນລາຄາສິນຄ້າຂອງພວກບໍ່ຫວັງດີຈໍານວນໜຶ່ງ ສະນັ້ນ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຄົ້ນຄວ້າວິທິການແກ້ໄຂບັນຫາລາຄາສິນຄ້າລາຄາແພງ ເພື່ອໃຫ້ສາມາດກໍານົດມາດຕະການຮອງຮັບກັບສະພາບການປັດຈຸບັນ ແລະ ໃນຕໍ່ໜ້າ ດັ່ງນັ້ນ ພະແນກອຸດສາຫະກໍາ ແລະ ການຄ້າ ນວ ໄດ້ຄົ້ນຄວ້າໂດຍສົມທົບກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນພົວພັນ ແລະ ແກ້ໄຂຮ່ວມກັນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າດ້ານວິຊາການກ່ຽວກັບການແກ້ໄຂການຄຸ້ມຄອງລາຄາສິນຄ້າຕິດພັນກັບອັດຕາແລກປ່ຽນ   ການສະໜອງ ແລະ ຄວາມຕ້ອງການຂອງສິນຄ້າ ການແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟຢູ່ ນວ ວັນທີ 6 ມິຖຸນາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ມີຫົວໜ້າພະແນກການ ຜູ້ປະກອບການ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບສະພາບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ທຸລະກິດປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟຂອງພະແນກອຸດສາຫະກໍາ ແລະ ການຄ້າ ນວ ໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ພ້ອມນັ້ນ ຜູ້ທີ່ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເປັນທິດທາງການແກ້ໄຂ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!