ພິທີ ມອບ-ຮັບ ລົດອຳບູລັງ ( SUV-4WD ) ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຢີ່ປຸ່ນ ຈັດຂຶ້ນວັນທີ 6 ມີຖຸນາ 2022 ທີ່ກະຊວງສາທາລະນະສຸກ ເປັນກຽດມອບໂດຍທ່ານ ເຄັນນີຈິ ໂຄບາຢາຊິ ເອກອັກຄະລາຊະທູດຢີ່ປຸ່ນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ການຊ່ວຍເຫຼືອນີ້ແມ່ນຄັ້ງທີສອງຂອງລັດຖະບານຢີ່ປຸ່ນ ລົດອຳບູລັງ ຢີ່ຫໍ້: NISSN-PATROL ປະເພດ SUV-4WD ຈຳນວນ 74 ຄັນ ພ້ອມດ້ວຍອຸປະກອນການແພດຊ່ວຍເຫຼືອສຸກເສີນພາຍໃນລົດ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ໃຫ້ທີມແພດໝໍປ້ອມໜ້າດ່ານສຸກເສີນຊ່ວຍຄົນເຈັບນຳສົ່ງໂຮງໝໍທັນເວລາ ໃນເຂດເມືອງຢູ່ຫາງໄກສອກຫຼີກທີ່ມີຫົນທາງໄປມາຫຍຸ້ງຍາກ.
# ຂ່າວ – ພາບ : ວຽງມາ