ເປີດສວນຈຳປາເອີຣົບໃນບໍລິເວນໃກ້ຄຽງກັບວັດພູ

    ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ທີມເອີຣົບໄດ້ມອບຕົ້ນຈຳປາ 200 ຕົ້ນໃຫ້ແກ່ອຳນາດການປົກຄອງແຂວງຈຳປາສັກ ແລະ ໄດ້ເປີດສວນຈຳປາເອີຣົບ ເຊິ່ງຕັ້ງຢູ່ບໍລິເວນອ້ອມແອ້ມວັດພູ ແຂວງຈໍາປາສັກ ທີ່ເປັນແຫຼ່ງມໍລະດົກໂລກ ແລະ ໄດ້ຮັບການຮອງຮັບໂດຍອົງການ UNESCO ຢ່າງເປັນທາງການ ວັນທີ 31 ພຶດສະພາ 2022 ໂດຍຄູ່ຮ່ວມພັດທະນາເອີຣົບໄດ້ໃຫ້ການສະໜັບສະໜູນເປົ້າໝາຍແຫ່ງຊາດທີ່ຈະເພີ່ມພື້ນທີ່ຂອງປ່າໄມ້ໃຫ້ໄດ້ 70% ເພື່ອຊ່ວຍໃຫ້ປະເທດລາວກ້າວໄປສູ່ເສດຖະກິດສີຂຽວ ປະເທດລາວເປັນບ້ານຂອງປ່າດົງພົງໄພທີ່ເຕັມໄປດ້ວຍມົນສະເໜ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນຢ່າງແທ້ຈິງ ຜືນແຜ່ນດິນແມ່ນອຸດົມສົມບູນໄປດ້ວຍສັດລ້ຽງລູກດ້ວຍນໍ້ານົມ ແລະ ສັດປີກຫຼາຍຮ້ອຍກວ່າຊະນິດ ເຮັດໃຫ້ປະເທດກາຍເປັນຈຸດສຸມຂອງການພັດທະນາທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ.

    ທ່ານນາງ ອີນາ ມາຈູລີໂອນິແຕ ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບກ່າວວ່າ: ການປູກຕົ້ນໄມ້ເປັນກິດຈະກໍາທີ່ດີ ແລະ ມີປະໂຫຍດ ເພາະມັນຊ່ວຍເພີ່ມຄວາມໜາແໜ້ນຂອງປ່າ ຊຸກຍູ້ການຟື້ນຟູຂອງລະບົບຊີວະນາໆພັນ ເຮັດໃຫ້ວົງຈອນຂອງການປ່ຽນແປງຂອງດິນຟ້າອາກາດຊ້າລົງ ຄໍາຄິດເຫັນດັ່ງກ່າວ ເປັນການຢໍ້າຄືນເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາປະເທດສະມາຊິກເອີຣົບເຊັ່ນ: ລຸກຊໍາບວກ ເຢຍລະມັນ ຮົງກາຣີ ແລະ ໂປໂລຍ ໂດຍການສະໜັບສະໜູນຮ່ວມກັນຂອງທີມເອີຣົບຄັ້ງນີ້ ຈະເຮັດໃຫ້ພື້ນທີ່ອ້ອມຮອບຂອງສະຖານທີ່ມໍລະດົກໂລກຂອງອົງການ UNESCO ມີສີຂຽວຂຶ້ນຕື່ມ ແລະ ໃນທີ່ສຸດ ຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນໃນອະນາຄົດ ໂດຍສົມທົບກັບການທີ່ລັດຖະບານກໍາລັງເລັ່ງເປີດປະເທດຄືນໃໝ່ຢ່າງເຕັມຮູບແບບ.

    ທີມເອີຣົບ ພາຍໃຕ້ແຜນງານການລິເລີ່ມຂອງທີມເອີຣົບສີຂຽວ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນການເຕີບໂຕສີຂຽວຂອງລັດຖະບານລາວ ພາຍໃຕ້ແນວທາງໃນການຟື້ນຕົວຂອງເສດຖະກິດພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກິດຈະກຳດັ່ງກ່າວ ຍັງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມແຂວງຈຳປາສັກໃນຫົວຂໍ້ຕ່າງໆເຊັ່ນ: ການຈັດການສິ່ງເສດເຫຼືອ ແລະ ປລາສຕິກທີ່ໃຊ້ໄດ້ຄັ້ງດຽວ ໃນລະຫວ່າງຂະບວນການປູກຈິດສຳນຶກທີ່ນຳພາໂດຍອົງກອນ Zero Waste Laos ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກໄດ້ສືບຕໍ່ສົມທົບກັນເພື່ອສະໜັບສະໜູນ ແລະ ສ້າງຂີດຄວາມສາມາດຂອງປະເທດ ໃນການປົກປັກຮັກສາລະບົບຊີວະນາໆພັນ ບຳລຸງສ້າງແຫຼ່ງທຶນທຳມະຊາດ ແລະ ປັບປຸງລະບົບນິເວດໃຫ້ດີຂຶ້ນ ພ້ອມທັງຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ປະກອບສ່ວນຊຸກຍູ້ການຈະເລີນເຕີບໂຕຂອງເສດຖະກິດສີຂຽວ.

    ທ່ານນາງ ອີນາ ມາຈູລີໂອນິແຕ ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບປະຈຳລາວ ພ້ອມດ້ວຍທ່ານ ແຊມ ໄຊເນີ ເອກອັກຄະລັດຖະທູດລຸກຊໍາບວກ ພ້ອມກັບອຳນາດການປົກຄອງແຂວງ ໄດ້ໄປຢ້ຽມຢາມວັດພູ ແລະ ໄດ້ປຶກສາຫາລືກ່ຽວກັບການຮ່ວມມືກັນໃນອະນາຄົດ ໂດຍສະເພາະ ຂົງເຂດການທ່ອງທ່ຽວສີຂຽວ ແລະ ມໍລະດົກທາງວັດທະນະທຳ.

     # ຂ່າວ – ພາບ :  ຂັນທະວີ

error: Content is protected !!