ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາປີສາມັກຄີມິດຕະພາບລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) “ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ ຂຶ້ນວັນທີ 3 ມິຖຸນາ 2022 ຢູ່ກະຊວງດັ່ງກ່າວ ໂດຍການປາຖະກະຖາຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ມີຄະນະພັກ-ຄະນະນໍາກະຊວງ ພ້ອມດ້ວຍພະນັກງານຫຼັກແຫ່ງອ້ອມຂ້າງເຂົ້າຮ່ວມ.
ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (ປີ 1975 ເຖິງປັດຈຸບັນ) ໃນຕະຫຼອດໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ ການພົວພັນຮ່ວມມືຮອບດ້ານນັບມື້ຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ ແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນ ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ ເພື່ອສັນຕິພາບ ການຮ່ວມມື ແລະ ພັດທະນຢູ່ພາກພື້ນ ແລະ ໃນໂລກ ທັງນີ້ກໍເພື່ອເປັນການສຶກສາອົບຮົມພະນັກງານສະມາຊິກພັກຂອງກະຊວງ ຍທຂ ໃຫ້ມີຄວາມຮັບຮູ້ຄວາມເຂົ້າໃຈກ່ຽວກັບມູນເຊື້ອດັ່ງກ່າວ ທີ່ເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການປະຕິວັດລາວ-ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດຂອງການຮ່ວມມືແບບພິເສດໃນການສ້າງສາພັດທະນາປະເທດຊາດໃນປັດຈຸບັນ ເພີ່ມທະວີການໂຄສະນາສຶກສາອົບຮົມພະນັກງານ ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເປັນຕົ້ນ ຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບມູນເຊື້ອດັ່ງກ່າວ ເພີ່ມທະວີຄວາມຕັ້ງໜ້າເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ຂໍ້ຕົກລົງຂອງ 2 ກົມການເມືອງ ແລະ ລັດຖະບານຂອງ 2 ປະເທດ ລວມທັງສັນຍາ ແລະ ຂໍ້ຕົກລົງຕ່າງໆລະຫວ່າງຂະແໜງການ ທ້ອງຖິ່ນຂອງສອງປະເທດໃຫ້ເກີດຜົນເປັນຈິງ ສ້າງບາດກ້າວບຸກທະລຸໃນການຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ ວັດທະນະທໍາ ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຂອງແຕ່ລະປະເທດ ເອົາໃສ່ຄົ້ນຄວ້າປັບປຸງລະບຽບການເຊື່ອມໂຍງພາກພື້ນ ແລະ ສາກົນ ໃນເງື່ອນໄຂທີ່ສະພາບແວດລ້ອມສາກົນມີການຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກນີ້ ຕ້ອງສືບຕໍ່ປົກປັກຮັກສາການພົວພັນ ແລະ ຄວາມສາມັກຄີພິເສດໄວ້ໃຫ້ໝັ້ນຄົງ ເປັນເຈົ້າການສະກັດກັ້ນ-ຕີຖອຍທຸກກົນອຸບາຍມ້າງເພທໍາລາຍຂອງອິດທິປໍລະປັກ ພ້ອມກັນເພີ່ມທະວີການຮ່ວມມື ແລະ ການປະສານສົມທົບການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນຢ່າງຄ່ອງແຄ້ວ ເປັນເອກະພາບ.
ໃນຕອນທ້າຍຂອງພິທີດັ່ງກ່າວ ຍັງໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໃຫ້ໜ່ວຍພັກຈໍານວນໜຶ່ງຂອງກະຊວງ ຍທຂ ຕື່ມອີກ.
# ຂ່າວ – ພາບ : ລັດເວລາ