ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກຢູ່ 3 ແຂວງ (ຫຼວງນໍ້າທາ ບໍ່ແກ້ວ ແລະ ໄຊຍະບູລີ) ແລະ ໃນວັນທີ 2 ມິຖຸນາ 2022 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມກັບການນຳແຂວງຫຼວງພະບາງ ໂດຍການຕ້ອນຮັບຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ.
ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບພົ້ນເດັ່ນ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕໍ່ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຊິ່ງອັນພົ້ນເດັ່ນ ໄດ້ສືບຕໍ່ຫັນລົງຮາກຖານປະຈໍາຢູ່ຈຸດຕ່າງໆ ເພື່ອແກ້ໄຂບັນຫາການເຄື່ອນໄຫວຂອງພົນລະເມືອງຢູ່ຕາມຊາຍແດນ ແກ້ໄຂບັນຫາການລັກລອບການປູກຝິ່ນ ຈັດກຳລັງປະຈໍາປ້ອງກັນຕາມຈຸດຕ່າງໆ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໄດ້ຫັນເປັນແຜນລະອຽດ ແລະ ກໍານົດແຜນດໍາເນີນງານ ກໍານົດເປົ້າໝາຍໃນການການແກ້ໄຂບັນຫາຢາເສບຕິດ ແລະ ໄດ້ດໍາເນີນຢ່າງແຂງແຮງ ໄດ້ຫັນການຄຸ້ມຄອງການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍເປັນທັນສະໄໝເທື່ອລະກ້າວ ໄດ້ເດີນສໍາຫຼວດສະຖິຕິຫົວໜ່ວຍທຸລະກິດຄືນໃໝ່ ເຮັດໃຫ້ມີຖານລາຍຮັບໃໝ່ເພີ່ມຂຶ້ນ 1.401 ຫົວໜ່ວຍ ເທົ່າກັບ 19% ການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ມີທ່າອ່ຽງເພີ່ມຂື້ນ ປະຕິບັດລື່ນແຜນທີ່ວາງໄວ້ ການຜະລິດກະສິກໍາ ການຜະລິດສະບຽງອາຫານ ຜົນຜະລິດດີລື່ນປີຜ່ານມາ ການສະໜອງສະບຽງອາຫານ ສາມາດພຽງພໍກັບຄວາມຕ້ອງການຢູ່ພາຍໃນແຂວງ ແລະ ສົ່ງອອກໄປຕ່າງແຂວງຈໍານວນໜຶ່ງ.
ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ເຊິ່ງມີຜົນສໍາເລັດຫຼາຍດ້ານ ແລະ ພົ້ນເດັ່ນຕະຫຼອດໃນໄລຍະຜ່ານມາ ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫຼັກແຫຼ່ງພາຍໃນອໍານາດການປົກຄອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດຂອງແຂວງ ໂດຍສະເພາະບັນດາວຽກຈຸດສຸມ ເປັນຕົ້ນ ການປະຕິບັດດໍາລັດວ່າດ້ວຍລົດຂອງລັດ ການແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະບໍ່ຖືກຕ້ອງ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກຕາມທ່າແຮງທີ່ບົ່ມຊ້ອນ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ. ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ ສົ່ງເສີມການປະຢັດ ຕ້ານການຟຸມເຟືອຍ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ສືບຕໍ່ໃຫ້ຖືເອົາວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນເປັນບູລິມະສິດຕົ້ນຕໍ ສືບຕໍ່ປັບປຸງ ແລະ ພັດທະນາວຽກງານທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ພື້ນຖານໂຄງລ່າງຕ່າງໆ ການບໍລິການບົນພື້ນຖານ ສາມາດດຶງດູດນັກທ່ອງທ່ຽວໃຫ້ຫຼາຍ ຮັບປະກັນຄວາມສະດວກ ປອດໄພ ແລະ ສ້າງຄວາມປະທັບໃຈ ສືບຕໍ່ເຝົ້າລະວັງການແຜ່ລະບາດຂອງພະຍາດຕາມລະດູການ ແລະ ການປ່ຽນແປງດິນຟ້າອາກາດ ທີ່ອາດເຮັດໃຫ້ເກີດໄພພິບັດຕ່າງໆ.
ການເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງໃນຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຕົວຈິງຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ຄອບຄົວຕົວແບບການລ້ຽງໝູ ຢູ່ບ້ານຊ່າງໄຫ ເມືອງປາກອູ ບໍລິສັດ ອຸດສາຫະກຳທັດໂທບັກໂກ ການຄ້າ ຂາອອກ-ຂາເຂົ້າຈຳກັດ ແລະ ຫ້ອງການບໍລິສັດໄອເຣັສຊີ (IHC) ມາໂບຈຳກັດ ຕື່ມອີກ.
# ຂ່າວ – ພາບ : ຊິລິການດາ