ກອງປະຊຸມເຝິກອົບຮົມວຽກງານແຂ່ງຂັນ ແລະ ຍ້ອງຍໍ ໃຫ້ຜູ້ທີ່ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍຢູ່ບັນດາກະຊວງ-ອົງການທຽບເທົ່າຂັ້ນສູນກາງ ຈັດຂຶ້ນໃນວັນທີ 6 ມິຖຸນາ 2022 ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ມີຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ຫົວໜ້າ ຮອງຫົວໜ້າກົມຈັດຕັ້ງ ພະນັກງານຂອງບັນດາກະຊວງ ອົງການທຽບເທົ່າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ລີວົງ ລາວລີ ກ່າວວ່າ: ການຈັດຊຸດເຝິກອົບຮົມຄັ້ງນີ້ ເພື່ອຍົກລະດັບຂີດຄວາມສາມາດໃຫ້ຜູ້ທີ່ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍຢູ່ບັນດາກະຊວງ ອົງການຂັ້ນສູນກາງ ໃຫ້ຮັບຮູ້ ເຂົ້າໃຈເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວຫຼາຍຂຶ້ນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ເຊິ່ງວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກທີ່ສໍາຄັນ ແລະ ຈໍາເປັນ ໂດຍໃນໄລຍະຜ່ານມາ ພັກ ແລະ ລັດຖະບານໄດ້ຖືເອົາການແຂ່ງຂັນ-ຍ້ອງຍໍເປັນພາກສ່ວນໜຶ່ງທີ່ສໍາຄັນໃນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຂະບວນການຕ່າງໆດ້ານເສດຖະກິດ ວັດທະນະທໍາ-ສັງຄົມ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານການຕ່າງປະເທດ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ອື່ນໆ ເພື່ອສ້າງພົນລະເມືອງລາວທຸກຄົນໃຫ້ມີນໍ້າໃຈຮັກຊາດ ຮັກລະບອບປະຊາທິປະໄຕປະຊາຊົນ ມີສະຕິຊາດ ເປັນເຈົ້າຕົນເອງ ມີຈິດໃຈປະຢັດ ມີຄວາມດຸໝັ່ນໃນການຄົ້ນຄ້ວາຮໍ່າຮຽນ ດຸໝັ່ນໃນການອອກແຮງງານ ມີຄວາມບຸກບືນ ອົດທົນຜ່ານຄວາມຫຍຸ້ງຍາກ ຍົກສູງສະຕິຕື່ນຕົວ ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ.
ການເຝິກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈເຖິງການກໍາເນີດ ແລະ ການຂະຫຍາຍຕົວຂອງວຽກງານສະດຸດີ (ຍ້ອງຍໍ) ການປະຕິບັດວຽກງານການແຂ່ງຂັນ ວຽກງານຍ້ອງຍໍ ວຽກງານຄຸ້ມຄອງນາມມະຍົດ ວິທີປະດັບການຍ້ອງຍໍ ການຕິດຫຼຽນ ແລະ ການປົກປັກຮັກສາຫຼຽນ ກອງປະຊຸມເຝິກອົບຮົມວຽກງານແຂ່ງຂັນ ແລະ ຍ້ອງຍໍໃຫ້ຜູ້ທີ່ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍຢູ່ບັນດາກະຊວງ-ອົງການທຽບເທົ່າຂັ້ນສູນກາງຈະດໍາເນີນໄປຮອດວັນທີ 8 ມິຖຸນາ 2022 ຈຶ່ງຈະອັດລົງ.
# ຂ່າວ – ພາບ : ເພັດສະໝອນ