ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH” ຈັດຂຶ້ນໃນວັນທີ 4 ມິຖຸນາ 2022 ທີ່ເຂດສາທິດການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ນ້ຳເປາະ ເມືອງວັງວຽງ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາກສ່ວນກ່ຽວຂ້ອງ, ຈາກບັນດາຂະແໜງການຕ່າງໆ ອົງການຈັດຕັ້ງສາກົນ ເຂົ້າຮ່ວມກັນຢ່າງພ້ອມພຽງ. ການສະເຫຼີມສະຫຼອງວັນສິ່ງແວດລ້ອມ ໃນຄັ້ງນີ້ ເປັນອີກປີໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາຄົບຮອບ 50 ປີ ນັບແຕ່ປີ 1972 ຫາປີ 2022 ເເລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ນັບແຕ່ປີ 1999 ຫາ 2022 ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ເຊິ່ງການຈັດພິທີສະເຫຼີມສະຫຼອງກໍເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ ເອກະຊົນ ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ ເປັນການເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໄປຕາມທິດຍືນຍົງ ແລະ ສີຂຽວ ຄຸ້ມຄອງສິ່ງແວດລ້ອມຂອງພວກເຮົາໃຫ້ມີສິ່ງແວດລ້ອມທີ່ດີ ປາສຈາກມົນລະພິດ ເປັນຕົ້ນ ອາກາດທີ່ດີ ສາຍນໍ້າທີ່ໃສສະອາດ, ປ່າໄມ້ທີ່ອຸດົມສົມບູນ ຊີວະນາໆພັນທີ່ມີຄວາມຫຼາກຫຼາຍ ດິນ ຊັບພະຍາກອນ ແຮ່ທາດທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກເຊັ່ນຫຼານ. ງານສະເຫຼີມສະຫຼອງຄັ້ງນີ້ ມີຫຼາຍກິດຈະກຳສຳຄັນ ເປັນຕົ້ນ ພິທີປ່ອຍປາຄືນສູ່ແມ່ນ້ຳທຳມະຊາດຈຳນວນ 13.000 ໂຕ ໃນນັ້ນມີ ປາກົດ ປາເຄິງ ແລະ ປາອື່ນໆ ພິທີປູກຕົ້ນໄມ້ ຈຳນວນ 550 ເບ້ຍ ຈັດສຳມະນາວິທະຍາສາດໃນຫົວຂໍ້ ການປົກປັກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ກິດຈະກຳຖາມ-ຕອບ ເພື່ອຮັບລາງວັນ ການວາງສະແດງຜົນງານຈາກພາກສ່ວນຕ່າງໆ ແລະ ຂາຍສິນຄ້າ-ຂອງຂວັນທີ່ລະນຶກໃນວັນງານສິ່ງແວດລ້ອມ.