ໂຮ່ຈິມິງບຸກຊະນະລາວໂຕໂຢຕາ 2-0 ເຕະບານເອເອັຟຊີ ຄັບ

    ການ​ແຂ່ງ­ຂັນ​ເຕະ­ບານ​ເອ​ເອັຟ​ຊີ ຄັບ 2020 ຮອບ​ແບ່ງ​ກຸ່ມ F ນັດ​ທີ 3 ສະ­ໂມ­ສອນ​ລາວ​ໂຕ​ໂຢ​ຕາ ເອັຟ​ຊີ ຕົວ​ແທນ​ຈາກ​ລາວ​ເປີດ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ຕ້ອນ­ຮັບ​ການ​ມາ​ຢາມ​ຂອງ​ສະ­ໂມ­ສອນ​ໂຮ່​ຈິ​ມິງ​ຊິ​ຕີ​ເອັຟ​ຊີ ທີມ​ລະ­ດັບ​ແຖວ​ໜ້າ​ຂອງ​ວີ​ລີກ ສສ ຫວຽດ­ນາມ ໃນ​ວັນ​ທີ 10 ມີ­ນາ 2020 ໂດຍ​ນັດ​ດັ່ງ­ກ່າວ ບໍ່​ອະ­ນຸ­ຍາດ​ໃຫ້​ກອງ​ເຊຍ​ບານ​ຂອງ​ທັງ 2 ສະ­ໂມ­ສອນ​ເຂົ້າ​ຮ່ວມ​ຊົມ ແລະ ເຊຍ​ໃນ​ສະ­ໜາມ ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ ​ຕໍ່​ການ​ຕິດ­ເຊື້ອ​ພະ­ຍາດ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ໃນ​ທົ່ວ​ໂລກ.

    ຜ່ານ​ການ​ແຂ່ງ­ຂັນ​ປາ­ກົດ​ວ່າ: ຕະ­ຫຼອດ​ໄລ­ຍະ​ເກມ​ການ​ແຂ່ງ­ຂັນ​ໃນ​ເຄິ່ງ​ເວ­ລາ​ທຳ​ອິດ ເຈົ້າ​ຖິ່ນ​ສະ­ໂມ­ສອນ​ລາວ​ໂຕ​ໂຢ​ຕາ ສາ­ມາດ​ເປີດ​ເກມ​ບຸກ​ສູ້​ກັບ​ສະ­ໂມ­ສອນ​ໂຮ່​ຈິ​ມິງ ຊິ​ຕີ​ເອັບ​ຊີ ຈາກ​ຫວຽດ­ນາມ ໄດ້​ຢ່າງ​ສູ​ສີ ກ່ອນ​ຈະ​ຄົບ​ເວ­ລາ 45 ນາ­ທີ ຍັງ​ສະ­ເໝີ​ກັນ 0-0 ປະ­ຕູ ສ່ວນ​ເຄິ່ງ​ເວ­ລາ​ທີ 2 ທັງ​ສອງ​ທີມ​ຕ່າງ​ກໍ​ໄດ້​ມີ​ການ​ແກ້​ເກມ ແລະ ປັບ​ປ່ຽນ​ຕຳ­ແໜ່ງ​ນັກ​ເຕະ​ສຳ­ຮອງ​ລົງ​ສະ­ໜາມ​ກ່ອນ​ທີ່ ຫງວ​ຽນ ຊວນ ນຳ​ກອງ​ໜ້າ​ຕົວ​ສຳ­ຮອງ​ມາ​ເໝົາ​ຍິງ​ຄົນ​ດຽວ 2 ປະ­ຕູ ໃນ​ນາ­ທີໆ 72 ແລະ ນາ­ທີໆ 90 ຊ່ວຍ​ໃຫ້​ສະ­ໂມ­ສອນ​ໂຮ່​ຈິ​ມິງ​ຊິ​ຕີ​ບຸກ​ມາ​ເອົາ​ຊະ­ນະ​ລາວ​ໂຕ​ໂຢ​ຕາ​ເຖິງ​ຖິ່ນ 2-0 ປະ­ຕູ ເກັບ 3 ຄະ­ແນນ​ຈາກ 3 ນັດ ຊະ­ນະ 2 ສະ­ເໝີ 1 ມີ 7 ຄະ­ແນນ ເທົ່າ​ກັນ​ກັບ​ສະ­ໂມ­ສອນ​ຢາງ​ກຸ້ງ​ຢູ​ໄນ​ເຕັດ ຈາກ​ມຽນ​ມາ ແຕ່​ລູກ​ໄດ້-ລູກ​ເສຍ ໂຮ່​ຈິ​ມິງ​ຈະ​ດີ​ກວ່າ ຈຶ່ງ​ເປັນ​ທີມ​ນຳ​ກຸ່ມ​ດັ່ງ­ກ່າວ ສ່ວນ​ອັນ​ດັບ 3 ສະ­ໂມ­ສອນ​ຮົ່ວ​ກັງ​ຢູ​ໄນ​ເຕັດ​ຈາກ​ສິງ­ກະ­ໂປ ແລະ ລາວ​ໂຕ​ໂຢ​ຕາ​ລົງ​ສະ­ໜາມ 3 ນັດ ເສຍ 3 ນັດ​ຊ້ອນ​ບໍ່​ມີ​ຈັກ​ຄະ­ແນນ.

    ສ່ວນ​ຕາ­ຕະ­ລາງ​ການ​ແຂ່ງ­ຂັນ​ນັດ​ທີ່​ເຫຼືອ​ຂອງ​ລາວ​ໂຕ​ໂຢ​ຕາ ບຸກ​ໄປ​ຢາມ​ສະ­ໂມ­ສອນ​ໂຮ່​ຈິ​ມິງ ຊິ​ຕີ ໃນ​ວັນ​ທີ 15 ເມ­ສາ 2020 ແລະ ໄປ​ຢາມ​ສະ­ໂມ­ສອນ​ຮົ່ວ​ກັງ​ຢູ​ໄນ​ເຕັດ ໃນ​ວັນ​ທີ 29 ເມ­ສາ 2020 ແລະ ຕ້ອນ­ຮັບ​ການ​ມາ​ຢາມ​ຂອງ​ສະ­ໂມ­ສອນ​ຢາງ​ກຸ້ງ ຢູ​ໄນ​ເຕັດ ຈາກ​ມຽນ​ມາ ໃນ​ວັນ​ທີ 13 ພຶດ­ສະ­ພາ 2020.

error: Content is protected !!