ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາ

    ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນວັນທີ 16 ມີນາ 2020 ທີ່ສູນການຮ່ວມມື ແລະ ເຝິກອົບຮົມສາກົນ (ICTC) ໄດ້ໄຂກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບກົນໄກຂະບວນການທົບທວນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງຄະນະກໍາມະການນະໂຍບາຍດ້ານການພັດທະນາ ສປຊ ຮັບຟັງຄວາມພ້ອມ ແລະ ການກະກຽມຂອງ ສປປ ລາວ ສໍາລັບຂະບວນການທົບທວນ ຄັ້ງທີ II ກ່ຽວກັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2021 ແລະ ການລາຍງານສະພາບລວມດ້ານສະຖິຕິຂອງບັນດາ 3 ເງື່ອນໄຂໃນການປະເມີນເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄືດັດສະນີຍອດລວມລາຍຮັບແຫ່ງຊາດຕໍ່ຫົວຄົນ ດັດສະນີຊັບສິນມະນຸດ ແລະ ດັດສະນີຄວາມບອບບາງດ້ານເສດຖະກິດ

    ກອງປະຊຸມໄດ້ມີການສົນທະນາກ່ຽວກັບຜົນປະໂຫຍດ ແລະ ຜົນເສຍຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ນະໂຍບາຍ ແລະ ຍຸດທະສາດທີ່ຈຳເປັນເພື່ອສ້າງຜົນປະໂຫຍດສູງສຸດ ຄວາມເຂົ້າໃຈຕໍ່ສະພາບແວດລ້ອມພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ບັນດາມາດຕະການສະໜັບສະໜູນທີ່ຈຳເປັນຈາກທັງພາຍໃນ ແລະ ສາກົນ ລວມທັງທິດທາງແຜນການໃນຕໍ່ໜ້າ ທີ່ບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງຈະຕ້ອງນໍາໄປຈັດຕັ້ງປະຕິບັດ.

    ລັດຖະບານລາວແມ່ນມີຄວາມໝາຍໝັ້ນທີ່ຈະເລັ່ງໃສ່ການແກ້ໄຂຄວາມທຸກຍາກ ແລະ ສ້າງເງື່ອນໄຂໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ ຖ້າຫາກ ສປປ ລາວ ສາມາດຜ່ານການປະເມີນຢ່າງໜ້ອຍ 2 ໃນ 3 ເງື່ອນໄຂອີກຄັ້ງ ກໍຈະກ້າວເຂົ້າສູ່ໄລຍະຂ້າມຜ່ານອີກ 3 ປີ ຈົນເຖິງປີ 2024 ຈຶ່ງຈະສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການ.

ພາບ-ຂ່າວ: ອົນ ໄຟສົມທອງ

error: Content is protected !!