ສີໂຄດຕະບອງ ປູກຕົ້ນໄມ້ 500 ຕົ້ນລຽບຕາມເສັ້ນທາງເລກທີ 11

    ເພື່ອເປັນການປະຕິບັດຄາດໝາຍ ແລະ ວຽກຈຸດສຸມ ໂດຍສຶບຕໍ່ປະຕິບັດນະໂຍບາຍ ສ ສີຂຽວ ຂອງນະຄອນຫຼວງວຽງຈັນ (ນວ) ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທີ່ຜົນສູງ ແນໃສ່ສ້າງເສັ້ນທາງ ສຳນັກງານຫ້ອງການສີຂຽວ ແລະ ໃຫ້ມີເນື້ອທີ່ປ່າໄມ້ປົກຫຸ້ມເພີ່ມຂຶ້ນໃນແຕ່ລປີ.

   ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຫ້ອງການກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ ຈັດພິທີປູກຕົ້ນໄມ້ ວັນທີ 3 ມິຖຸນາ 2022 ທີ່ບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ມີພະເຖລານຸເຖລະ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ພ້ອມດ້ວຍຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ເມືອງ ແລະ ບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

    ປີ 2022 ເມືອງສີໂຄດຕະບອງມີແຜນປູກໄມ້ໃນເນື້ອທີ່ 5 ເຮັກຕາ ປະມານ 45.000 ເບ້ຍ ສຳລັບມື້ນີ້ ມີ 500 ຕົ້ນ ໂດຍປູກລຽບຕາມເສັ້ນທາງເລກທີ 11 ເຂດບ້ານອ່າງໃຫຍ່ຫາບ້ານຫ້ວຍຫ້ອມ ຍາວປະມານ 1,5 ກິໂລແມັດ ໃນນັ້ນ ມີຕົ້ນຝາງແດງ ຫາງນົກຍຸງ ແລະ ໄມ້ແຕ້ຂ່າ ພາຍຫຼັງປູກແລ້ວ ແມ່ນໄດ້ມອບໃຫ້ບ້ານ ແລະ ວັດທີ່ຢູ່ໃນເຂດປູກຕົ້ນໄມ້ເປັນຜູ້ບົວລະບັດຮັກສາ ໂອກາດນີ້ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຄູບາ-ອາຈານຈົ່ງຊ່ວຍກັນປູກຕົ້ນໄມ້ຕາມດິນເປົ່າຫວ່າງສາທາລະນະທີ່ມີເງື່ອນໄຂໃຫ້ໄດ້ 2 ຕົ້ນຕໍ່ຄົນຕໍ່ປີ ແລະ ຊ່ວຍກັນປົກປັກຮັກສາ ຮັບປະກັນປະສິທິຜົນໃຫ້ຕົ້ນໄມ້ມີການເຕີບໃຫຍ່ ແລະ ຍືນຍົງ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!