ປະຊາຊົນບ້ານພູຫ້ວຍເດື່ອ ເມືອງຫີນບູນ ແຂວງຄຳມ່ວນ ຮ່ວມກັບ ພະນັກງານການນຳແຂວງຄຳມ່ວນ ເມືອງຫີນບູນ ເມືອງຄູນຄຳ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ພ້ອມກັນປູກຕົ້ນໄມ້ຈຳນວນ 1.600 ຕົ້ນ ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 1 ມິຖຸນາ 2022 ເປັນປະທານຂອງທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ປະທານຄະນະກຳມະການຍັບຍ້າຍຈັດສັນແຂວງຄຳມ່ວນ.

ການປູກຕົ້ນໄມ້ຄັ້ງນີ້ THPC ໄດ້ຜູ້ສະໜອງເບ້ຍໄມ້ລວມມີ ຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບ ໃນນັ້ນ ໄດ້ແຈກຢາຍເບ້ຍໄມ້ຈຳນວນ 4 ເບ້ຍໃຫ້ປະຊາຊົນແຕ່ລະຄົວເຮືອນ ເພື່ອນຳໄປປູກຢູ່ຂອບເຂດເຮືອນຂອງຕົນ ສ່ວນຈຳນວນທີ່ເຫຼືອແມ່ນຖືກນຳໄປປູກຢູ່ຕາມດິນລວມຂອງບ້ານເຊັ່ນ:ໂຮງຮຽນ ວັດ ແລະ ຫ້ອງການບ້ານ ກ່ອນການປູກ ພະນັກງານວິຊາການຂອງ THPC ໄດ້ສາທິດ ແລະ ແນະນຳວິທີການປູກຕົ້ນໄມ້ທີ່ຖືກຕ້ອງ ແລະ ການດູແລຮັກສາຕົ້ນໄມ້ຫຼັງການປູກ.
ທ່ານ ໂຣເບີດ ອາເລນ ຜູ້ອໍານວຍການໃຫຍ່ບໍລິສັດ THPC ກ່າວວ່າ: ການຈັດພິທີປູກຕົ້ນຕົ້ນໄມ້ ບໍ່ພຽງແຕ່ເພື່ອເປັນການເພີ່ມຄວາມອຸດົມສົມບູນໃຫ້ຊຸມຊົນໃນອະນາຄົດ ໃຫ້ຄວາມຊຸ່ມເຢັນ ໃຫ້ຜົນລະປູກ ແລະ ຊ່ວຍຮັກສາສິ່ງແວດລ້ອມ ແລະ ພື້ນທີ່ສີຂຽວຂອງບ້ານເທົ່ານັ້ນ ແຕ່ຍັງເປັນການສະເຫຼີມສະຫຼອງຜົນສຳເລັດຂອງການຍັບຍ້າຍບ້ານພູຫ້ວຍເດື່ອຕື່ມອີກ.