ສາລະວັນ ວາງຄາດໝາຍຜະລິດເຂົ້ານາປີໃຫ້ບັນລຸຫຼາຍກວ່າ 3 ແສນໂຕນ

   ທ່ານ ສົມໝາຍ ແກ້ວລະຄອນ ຮັກສາການຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ຊາວກະສິກອນທົ່ວແຂວງສາລະວັນພວມກຳລັງຂຸ້ນຂ້ຽວ ສຸມໃສ່ການຜະລິດເຂົ້ານາປີຢ່າງເປັນຂະບວນກວ້າງຂວາງ ເພື່ອໃຫ້ທ່ວງທັນກັບລະດູການ ເນື່ອງຈາກມີຝົນຕົກຢ່າງຕໍ່ເນື່ອງ ບາງເຂດ ບາງທ້ອງຖິ່ນ ກໍໄດ້ສຳເລັດການຕົກກ້າ ໄຖຮຸດ ແລະ ປັກດຳແລ້ວຈຳນວນໜຶ່ງ ມາຮອດປັດຈຸບັນ ທົ່ວແຂວງສາລະວັນໄຖຮຸດໄດ້ 15.324 ເຮັກຕາ ກວມ 19% ຕົກກ້າ 934 ໂຕນ ປັກດຳ-ຫວ່ານ ແລະ ຢອດ ປະຕິບັດໄດ້ 50 ເຮັກຕາ ນອກນັ້ນ ສາມາດປູກພືດໄດ້ 30 ພັນເຮັກຕາ ເປັນຕົ້ນ ພືດສະບຽງອາຫານ ແລະ ພືດເປັນສິນຄ້າ. 

         ໂດຍປະຕິບັດຕາມຍຸດທະສາດການພັດທະນາວຽກງານກະສິກຳ ແລະ ປ່າໄມ້ ເວົ້າສະເພາະ ກໍຄືວຽກງານປູກຝັງ ເຊິ່ງມີເປົ້າໝາຍການຜະລິດ 2 ລ້ານໂຕນ ແລະ ຜະລິດພືດ 3 ລ້ານກວ່າໂຕນ ແຕ່ປີ 2021-2025 ແນໃສ່ຕອບສະໜອງດ້ານການຜະລິດສະບຽງອາຫານພຽງພໍ ແລະ ເປັນສິນຄ້າ ສຳລັບແຂວງສາລະວັນ ວາງເປົ້າໝາຍແຜນການຜະລິດເຂົ້າໃນປີ 2022 ໃນເນື້ອທີ່ທັງໝົດ 95.400 ເຮັກຕາ ຄາດຄະເນຜົນຜະລິດ 397.920 ໂຕນ ສະມັດຕະພາບ 4,2 ໂຕນຕໍ່ເຮັກຕາ ເນື້ອທີ່ປູກພືດ 66 ພັນກວ່າເຮັກຕາ ສຳລັບການຜະລິດເຂົ້ານາປີໃນປີ 2022 ກວມເອົາເນື້ອທີ່ທັງໝົດ 81.400 ເຮັກຕາ ຄາດຄະເນຜົນຜະລິດ 3 ແສນກວ່າໂຕນ ສະມັດຕະພາບ 4,1 ໂຕນຕໍ່ເຮັກຕາ ພ້ອມທັງໄດ້ກຳນົດຈຸດສຸມຍົກສະມັດຕະພາບເຂົ້າ 1 ພັນເຮັກຕາ ຄາດຄະເນຜົນຜະລິດ 6 ພັນໂຕນ ສະມັດຕະພາບ 4,8 ໂຕນຕໍ່ເຮັກຕາ ນອນໃນເຂດ 4 ເມືອງຄື: ສາລະວັນ ວາປີ ຄົງເຊໂດນ ແລະ ເມືອງລະຄອນເພັງ ສ່ວນແຜນການຜະລິດລະດູແລ້ງ ເນື້ອທີ່ປູກເຂົ້ານາແຊງ 66 ພັນກວ່າເຮັກຕາ ຄາດຄະເນຜົນໄດ້ຮັບເກືອບ 4 ແສນໂຕນ ປູກພືດລະດູແລ້ງ 5 ພັນກວ່າເຮັກຕາ ຄາດຄະເນຜົນຜະລິດ 37 ພັນກວ່າໂຕນ ນອກຈາກນັ້ນ ກໍໄດ້ເອົາໃຈໃສ່ຕິດຕາມດ້ານເຕັກນິກວິຊາການກຳນົດຈຸດສຸມໄປຕາມທິດກະສິກຳສະອາດເປັນຕົ້ນ: ເຝິກອົບຮົມໃຫ້ຄວາມຮູ້ຍົກສະມັດຕະພາບເຂົ້າ ພືດ ຜະລິດຕາມມາດຕະຖານກະສິກຳສະອາດ ແລະ ປອດສານພິດ ປະຕິບັດໃຫ້ຖືກຕ້ອງຕາມຫຼັກວິຊາການ ຕິດຕາມເຝົ້າລະວັງສຳຫຼວດສັດຕູພືດຢ່າງເປັນປົກກະຕິໃນແຕ່ລະເຂດ ແຕ່ລະທ້ອງຖິ່ນ ກຽມພ້ອມດ້ານລະບົບຊົນລະປະທານ ແນວພັນເຂົ້າ ພືດ ແລະ ອື່ນໆ ເພື່ອປະຕິບັດມາດຕະການຕ້ານແລ້ງຕ້ານຖ້ວມແຕ່ຫົວທີ.

# ເພັດສະໝອນ

error: Content is protected !!