ວັນທີ 2 ມີຖຸນາ 2022 ກອງບັນຊາການປ້ອງກັນຄວາມສະຫງົບແຂວງໄຊສົມບູນ ໄດ້ຈັດພິທີມອບຜູ້ກະທໍາຜິດທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ອໍານາດການປົກຄອງ ແລະ ຍາດພີ່ນ້ອງ ເພື່ອຮັບເອົາຜູ້ກະທໍາຜິດກັບຄືນເຮືອນຊານ ໂດຍເປັນປະທານຂອງທ່ານ ພັນເອກ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງໄຊສົມບູນ ມີທ່ານ ແສງເດືອນ ໄຊຍະເດັດ ຮອງຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫົງບແຂວງ ແລະ ທ່ານ ສີພອນ ວັນນະວົງ ຫົວໜ້າພະແນກເສນາ ກອງພັນໃຫຍ່ 101 ພ້ອມຕາງໜ້າອໍານາດການປົກຄອງແຂວງຊຽງຂວາງ ຍາດພີ່ນ້ອງ ແລະ ຜູ້ກະທໍາຜິດເຂົ້າຮ່ວມ.

ຜູ້ກະທໍາຜິດທີ່ລັກລອບຂຸດຄົ້ນແຮ່ທາດ (ແຮ່ຄໍາ) ແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດຍອດນໍ້າເວ້ ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ມີທັງໝົດ 17 ຄົນ ໃນນັ້ນ ແມ່ນມາຈາກແຂວງຊຽງຂວາງ ແຂວງຫຼວງພະບາງ ແຂວງບໍລິຄໍາໄຊ ແລະ ຢູ່ພາຍໃນແຂວງໄຊສົມບູນ ຕໍ່ກັບການກະທໍາດັ່ງກ່າວ ແມ່ນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລຽບຮຽບຮ້ອຍໃຫ້ແຂວງໄຊສົມບູນ ພ້ອມທັງຍັງສ້າງຄວາມສິ້ນເປືອງທາງດ້ານງົບປະມານໃນການແກ້ໄຂວຽກງານ ນອກນັ້ນ ຖ້າຫາກມີກໍລະນີເກີດອຸບັດເຫດຕ່າງໆ ອາດຈະສົ່ງຜົນເຖິງສຸຂະພາບ ຊີວິດ ຊັບສິນຂອງພວກກ່ຽວ ແລະ ຂອງລັດ ເຊິ່ງເປັນການກະທໍາທີ່ຜິດຕໍ່ປະມວນກົດໝາຍອາຍາ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍແຮ່ທາດ.

ໂອກາດດັ່ງກ່າວນີ້ ທ່ານ ພັອ ອິນປັນ ຍາດຕິວົງ ໄດ້ມີຄໍາເຫັນໂອ້ລົມ ເພື່ອເປັນການສຶກສາອົບຮົມຜູ້ກະທໍາຜິດທີ່ເຂົ້າມາລັກລອບຂຸດຄົ້ນແຮ່ທາດແບບບໍ່ຖືກຕ້ອງຕາມກົດໝາຍຢູ່ແຂວງໄຊສົມບູນ ໂດຍທ່ານໄດ້ຍົກເອົາບັນດາກົດໝາຍຕ່າງໆທີ່ຕິດພັນກັບວຽກງານດັ່ງກ່າວມາເຜີຍແຜ່ເຊື່ອມຊຶມ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ກະທໍາຜິດດັ່ງກ່າວ ຈົ່ງເອົາໃຈໃສ່ປັບປຸງຕົນເອງໄປໃນທາງທີ່ດີ ກໍຄືການທໍາມາຫາກີນດ້ວຍອາຊີບທີ່ສຸດຈະລິດ ບໍ່ຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ ເພື່ອຫັນເຂົ້າສູ່ການກະທໍາທີ່ຖືກຕ້ອງຕາມລະບຽບຫຼັກການ ແນໃສ່ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.
