ສະໂມສອນວຽງຈັນ ເອັຟທີ ຄັດເລືອກເອົານັກກີລາທີ່ມີຄວາມສາມາດ ເຂົ້າບັນຈຸໃນສະໂມສອນ ວັນທີ 21-22 ພຶດສະພາ 2020 ຢູ່ສະໜາມກີລາບານເຕະສັບພະວິຊາ ໂດຍເປັນການຕິດຕາມ ແລະ ຄັດເລືອກຂອງທ່ານ ໃຈ ພົມມະທັດ ອະດີດນັກກີລາບານເຕະທີມຊາດລາວ ແລະ ອະດີດນັກເຕະສະ ໂມສອນກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ຊ່ວຍຄູເຝິກສະໂມສອນ ວຽງຈັນ ເອັຟທີ ພ້ອມດ້ວຍຄະ ນະ ມີບັນດານັກກີລາຊຸດເກົ່າ ຊຸດໃໝ່ ແລະ ນັກກີລາຕ່າງຊາດ 100 ກວ່າຄົນ ເຂົ້າຮ່ວມຄັດເລືອກ.
ທ່ານ ໃຈ ພົມມະທັດ ໃຫ້ສຳພາດວ່າ: ຄັ້ງນີ້ ເປັນຄັ້ງທຳອິດທີ່ພວກເຮົາຄັດເລືອກນັກກີລາເຂົ້າຮ່ວມທີມກຽມເຂົ້າຮ່ວມແຂ່ງຂັນບານເຕະ ເປບຊີ ລາວລີກ 1 ໂດຍຫຼັກໆໄດ້ເນັ້ນການທົດສອບແບບພື້ນ ຖານ ການຈັບບານ ສົ່ງບານ ຄອງບານ ເພື່ອໃຫ້ເຂົາເຈົ້າໄດ້ສະແດງຄວາມສາມາດເຕັມທີ່ ນອກນີ້ຍັງໄດ້ຕິດຕາມທົດສອບຄວາມໄວ ເຕັກນິກ ແລະ ມີຄວາມສາມາດ ເພື່ອຄັດເອົາ 25 ຄົນ ເພື່ອໄປເກັບຕົວເຝິກຊ້ອມໄປເລີຍ ຖ້າຫາກວ່າສະຫະພັນບານເຕະແຫ່ງຊາດລາວ ກຳນົດໃຫ້ສົ່ງຊື່ນັກກີລາ 20 ຄົນ ກໍຈະຕັດອອກອີກ 5 ຄົນ.

ສະໂມສອນ ວຽງຈັນ ເອັຟທີ ສ້າງຕັ້ງວັນທີ 12 ພຶດສະພາ 2013 ໂດຍສ່ວນຫຼາຍເປີດສອນສະ ເພາະຮຸ່ນອະນຸຊົນ ແລະ ເຍົາວະຊົນ ອາຍຸບໍ່ເກີນ 6-11 ປີ 12 ປີ 13 ປີ 14 ປີ 15 ປີ ແລະ ນັກກີ ລາໃນແຕ່ລະຮຸ່ນ ກໍສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄວ້າແຊັມ ອັນດັບ 2 ແລະ ອັນດັບ 3 ຢ່າງຫຼວງຫຼາຍ ໂດຍສະເພາະນັກເຕະຮຸ່ນທຳອິດ ເມື່ອເຕີບໃຫຍ່ມາກໍສາມາດສ້າງເປັນທີມຊຸດໃຫຍ່ ແລະ ສົ່ງເຂົ້າຮ່ວມແຂ່ງຂັນລາຍການສາຍ ກ ຫຼື ລີກດີວິຊັນ 2 ໄດ້.