ທ່ານນາງ ພິດສະໄໝ ຕົ້ນສະຫວັນ ຮອງປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ (ຄສຜງ) ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ພ້ອມຄະນະ ເຄື່ອນໄຫວວຽກງານຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ຢູ່ພະແນກການເງິນ ນວ ວັນທີ 3 ມິຖຸນາ 2022 ໂດຍການຕ້ອນຮັບຂອງທ່ານນາງ ພວງສີ ເພົ້າລາວັນ ຮອງຫົວໜ້າພະແນກການເງິນ ນວ ພ້ອມຄະນະ.

ໂອກາດນີ້ ທ່ານນາງ ພວງສີ ເພົ້າລາວັນ ກໍໄດ້ລາຍງານວ່າ: 5 ເດືອນຕົ້ນປີ 2022 ພະແນກການເງິນ ນວ ສາມາດຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໂດຍເກັບລາຍຮັບໄດ້ 31,02% ທຽບໃສ່ແຜນການປີ ໃນນີ້ລາຍຮັບພູດສູນກາງ ປະຕິບັດໄດ້ 28,33% ລາຍຮັບທ້ອງຖິ່ນປະຕິບັດໄດ້ 38,47% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 24,36% ປະຕິບັດດ້ານລາຍຈ່າຍ 33,86% ຂອງແຜນການ ໃນນີ້ ລາຍຈ່າຍບໍລິຫານ (ປົກກະຕິ) 33,85% ລາຍຈ່າຍໃນການລົງທຶນຂອງລັດ 18,56% ໂດຍລວມແລ້ວ ການປະຕິບັດລາຍຈ່າຍສ່ວນໃຫຍ່ ໄດ້ສຸມໃສ່ການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດອັນດັບໜຶ່ງ ສ່ວນລາຍຈ່າຍບໍລິຫານ ແລະ ດັດສົມສົ່ງເສີມ ແມ່ນປະຕິບັດມາດຕະການຄຸ້ມຄອງລາຍຈ່າຍຢ່າງຮັດກຸມ ແລະ ປະຢັດມັດທະຍັດ ເພື່ອຮັບປະກັນສະພາບຄ່ອງໃນລະບົບງົບປະມານ ນອກນີ້ ຍັງສາມາດປະຕິບັດການດຸ່ນດ່ຽງພັນທະຕາມແຜນສູນກາງໄດ້ 26,25% ຂອງແຜນການປີ.

ເອົາໃຈໃສ່ປະຕິບັດນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງກັບການຈັດເກັບລາຍຮັບຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສ້າງ ແລະ ຂະຫຍາຍຖານລາຍຮັບ ຄຸ້ມຄອງການຈັດເກັບລາຍຮັບ ຂຸດຄົ້ນລາຍຮັບທີ່ບົ່ມຊ້ອນ ພ້ອມທັງສຳຫຼວດຖານລາຍຮັບໃໝ່ ເພື່ອເພີ່ມລາຍຮັບເຂົ້າງົບປະມານ ໄດ້ຫັນເປັນທັນສະໄໝໃນການຈັດເກັບລາຍຮັບຈາກການຄຸ້ມຄອງການຈົດທະບຽນຊັບສິນຂອງລັດ ໂດຍສາມາດເຊື່ອມຕໍ່ຖານຂໍ້ມູນກັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ເຊິ່ງການອອກໃບຄິດໄລ່ມອບພັນທະຊັບສິນ ຈະມີລະບົບການສະໜອງຂໍ້ມູນປະເພດລົດ ເລກຈັກ ເລກຖັງ ມູນຄ່າລາຄາ ລວມເຖິງການຄິດໄລ່ຄ່າທຳນຽມຕ່າງໆຕາມລະບຽບການໂດຍອັດຕະໂນມັດ ສົ່ງເສີມການນຳໃຊ້ເຄື່ອງມືທັນສະໄໝ ເພື່ອເກັບລາຍຮັບໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ ສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດເຂົ້າໃນລະບົບຄຸ້ມຄອງຂໍ້ມູນໃນການເກັບລາຍຮັບ (TaxRIS) ເຊິ່ງສາມາດປະຕິບັດໄດ້ 3.539 ຫົວໜ່ວຍ ເທົ່າກັບ 54,44% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ປະຕິບັດໄດ້ເກີນ 1.215 ຫົວໜ່ວຍ ແກ້ໄຂການຮົ່ວໄຫຼຂອງງົບປະມານໃນການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ສືບຕໍ່ເລັ່ງທວງ ແລະ ເກັບຄືນບັນດາລາຍຮັບທີ່ເປັນໜີ້ຄ້າງມອບຈາກບັນດາວິສາຫະກິດ ໂຄງການສຳປະທານ ຄ່າທຳນຽມ ແລະ ຄ່າສຳປະທານທີ່ດິນທີ່ຄ້າງມອບມາຫຼາຍປີ ສຸມໃສ່ຊອກຄົ້ນແຫຼ່ງລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ ຕິດຕາມກວດກາ ການລັກລອບຂຸດຄົ້ນ ແລະ ເຄື່ອນຍ້າຍຊັບພະຍາກອນທຳມະຊາດບໍ່ຖືກຕ້ອງຕາມກົດໝາຍ ເພື່ອປະຕິບັດມາດຕະການຮິບ ປັບໃໝ ແລະ ມອບເຂົ້າງົບປະມານໃຫ້ຄົບຖ້ວນ.
# ຂ່າວ – ພາບ : ສະບາໄພ