ພະແນກໂຄສະນາ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈັດເຜີຍແຜ່ໂຄສະນາ ຕ້ານຢາເສບຕິດ ຢູ່ວິທະຍາຄານກົມມະດຳ ວັນທີ 2 ມິຖຸນາ 2022 ໂດຍມີທ່ານ ພັນໂທ ຄຳໄຊ ອ່ອນມົນແສງ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ທ່ານພັນໂທນາງ ຄຳກອງ ເພັດຊົມພູ ຫົວໜ້າພະແນກໂຄສະນາ ກົມໃຫຍ່ຕຳຫວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຫ້ອງ ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ທ່ານ ພັນໂທ ນາງ ຄຳກອງ ເພັດຊົມພູ ໄດ້ເປີດສະປອດວາລະແຫ່ງຊາດຕ້ານຢາເສບຕິດ ກ່ຽວກັບຜົນຮ້າຍ ແລະ ວິທີຕ້ານຢາເສບຕິດ ພ້ອມທັງສະເໜີກ່ຽວກັບບາງມາດຕາຂອງກົດໜາຍ ນິຕິກຳທີ່ກ່ຽວຂ້ອງກັບຢາເສບຕິດ ແລະ ສາຍວີດີໂອ ລະຄອນສັ້ນ ໃຫ້ບັນດາພະນັກງານ-ນັກຮົບວິທະຍາຄານກົມມະດຳ ຮັບຊົມ ເພື່ອໃຫ້ຮັບຮູ້ເຖິງໄພອັນຕະລາຍທີ່ເກີດຂື້ນໃນສັງຄົມ ລ້ວນແຕ່ແມ່ນເກີດຈາກຢາເສບຕິດ ເພື່ອສ້າງຄວາມຮັບຮູ້ໃຫ້ພະນັກງານ-ນັກຮົບທີ່ຢາກຮູ້ ຢາກເຫັນ ຢາກລອງ ຕິດພັນກັບການສະກັດກັ້ນ ແລະ ຕ້ານບໍ່ໃຫ້ບຸກຄົນດັ່ງກ່າວເຂົ້າໄປພົວພັນຢ່າງເດັດຂາດ ເນື່ອງຈາກຢາເສບຕິດເປັນສານເຄມີກະຕຸ້ນຊະນິດໜຶ່ງທີ່ກົດໜາຍເກືອດຫ້າມ ຫ້າມຜະລິດ ຫ້າມຈຳໜ່າຍຢ່າງເດັດຂາດ ຖ້າຫາກຄົນໃດໄປພົວພັນ ມົ້ວສຸມ ຄ້າຂາຍ ກໍຈະໄດ້ຮັບໂທດຕາມລະບຽບກົດໜາຍ ນອກນີ້ຢາເສບຕິດຍັງເປັນສາເຫດຕົ້ນຕໍຂອງການເກີດປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ການປຸ້ນຈີ້-ຊີງຊັບ ຂ້າເຈົ້າເອົາຂອງ ອາລະວາດຕີກັນ ລັກຊັບ ແລະ ອື່ນໆ ສາເຫດດັ່ງກ່າວ ໄດ້ສ້າງຄວາມເສຍຫາຍດ້ານຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດນຳໄປສູ່ການເສຍຊີວິດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ປອດໄພ ຈາກນັ້ນ ທ່ານ ພັນຕີ ສຸວັນເຄນ ສີບຸນເຮືອງ ຮອງຫົວໜ້າພະແນກໂຄສະນາ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເຜີຍແຜ່ປະມວນກົດໝາຍອາຍາ ວ່າດ້ວຍຢາເສບຕິດ.

ໂອກາດນີ້ ທ່ານ ພັນໂທ ຄຳໄຊ ອ່ອນມົນແສງ ກໍໄດ້ສະແດງຄວາມຂອບໃຈຄະນະພັກ-ຄະນະບັນຊາກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ທີ່ເປັນຫ່ວງເປັນໄຍຕໍ່ພະນັກງານ-ນັກຮົບ ວິທະຍາຄານກົມມະດຳ ໃນການຕ້ານຢາເສບຕິດຢູ່ໃນກົມກອງ ພ້ອມທັງໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ ນັກຮຽນ-ນັກສຶກສາ ຈົ່ງພ້ອມກັນນຳເອົາເນື້ອໃນການໂຄສະນາເຜີຍແຜ່ຂອງກົມຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບຄັ້ງນີ້ ເພື່ອໄປປະຕິບັດປູກຈິດສຳນຶກໃຫ້ໄດ້ຮັບຮູ້ ເຂົ້າໃຈລະບຽບກົດໜາຍ ແລະ ຜົນຮ້າຍຂອງຢາເສບຕິດ.