ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ກົມອາຊີວະສຶກສາ ກະຊວງສຶກກສາທິການ ແລະ ກິລາ ຈັດພິທີປູກຕົ້ນໄມ້ບາລະມີ 5 ຕົ້ນ ເຊິ່ງເປັນຕົ້ນໄມ້ສີລິມຸງຄຸນ ໃນວັນທີ 31 ພຶດສະພາ 2022 ທີ່ສູນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ດິນກ່າ ອາສທານ່າ ເອກອັກຄະລັດຖະທູດສາທາລະນະລັດອິນເດຍ ຜູ້ມີອຳນາດເຕັມປະຈຳ ສປປ ລາວ ທ່ານ ສຸທຳ ແສນນິນຫອມ ປະທານສະມາຄົມມິດຕະພາບລາວ-ອິນເດຍ ພ້ອມດ້ວຍກົມ ຫ້ອງການ ຜູ້ອຳນວຍການສູນ ແລະ ພະນັກງານຄູ-ອາຈານເຂົ້າຮ່ວມ.
ທ່ານ ດິນກ່າ ອາສທານ່າ ກ່າວວ່າ: ໃນປະເທດອິນເດຍ ງານບຸນມະໂຫລານປູກຕົ້ນໄມ້ແມ່ນໄດ້ສະຫຼອງເປັນເວລາໜຶ່ງອາທິດເຕັມ ແຕ່ວັນທີ 1 ຫາວັນທີ 7 ກໍລະກົດຂອງທຸກໆປີ ແນໃສ່ຊຸກຍູ້ໃຫ້ປະຊາຊົນປູກຕົ້ນໄມ້ຫຼາຍຂຶ້ນ ຄືຮູ້ກັນແລ້ວວ່າ ຕົ້ນໄມ້ປະກອບສ່ວນເຂົ້າໃນການຜະລິດແຫຼ່ງອາຫານ ຮັກສາຄວາມສົມດູນຂອງລະບົບນິເວດ ປັບປຸງຄຸນນະພາບອາກາດ ອະນຸຮັກນ້ໍາ ຮັກສາດິນ ສະໜັບສະໜູນສັດປ່າ ຫຼຸດຜ່ອນຄວາມແຫ້ງແລ້ງ ແລະປ້ອງກັນການເຊາະເຈື່ອນຂອງດິນ ແລະ ມົນລະພິດ ສະນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ໄດ້ວາງເປົ້າໝາຍປູກຕົ້ນໄມ້ໃຫ້ໄດ້ 35 ລ້ານຕົ້ນໃນປີນີ້ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອສ້າງເຂດສີຂຽວໃຫ້ຫຼາຍຂຶ້ນ ສູ້ຊົນບັນລຸເນື້ອທີ່ປ່າໄມ້ໃຫ້ໄດ້ 70% ໃນປີ 2025” ສ່ວນຕົວແລ້ວ ຂ້າພະເຈົ້າແມ່ນມີຄວາມຮູ້ສຶກດີໃຈຫຼາຍ ແລະ ໄດ້ເປັນສ່ວນໜຶ່ງທີ່ໄດ້ມີສ່ວນຮ່ວມໃນການປູກຕົ້ນໄມ້ຢູ່ສະຖານທີ່ນີ້ ແນໃສ່ເຮັດໃຫ້ ສປປ ລາວ ມີພື້ນທີ່ສີຂຽວທີ່ລັດຖະບານລາວວາງໄວ້.
ໂອກາດດຽວກັນ ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍໄດ້ກ່າວວ່າ: ການປູກຕົ້ນໄມ້ແຫ່ງຊາດ ກໍເປັນສັນຍະລັກອັນໜຶ່ງແຫ່ງການພົວພັນຮ່ວມມື ແລະ ປະສານງານໄມຕີຈິດອັນສະໜີດແໜ້ນລະຫວ່າງກະຊວງສຶກສາທິການ ແລະ ກິລາ ເວົ້າສະເພາະ ແມ່ນສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ສະຖານເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ ລັດຖະບານສາທາລະນະລັດອິນເດຍ ກໍໄດ້ໃຫ້ການຊ່ວຍເຫຼືອໃນການສ້າງຫໍພັກ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຊຶ່ງມີມູນຄ່າທັງໝົດ 50.000 ໂດລາສະຫະລັດ ພາຍໃຕ້ໂຄງການເຫັນຜົນໄວຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ສົກປີ 2020 ຂອງລັດຖະບານປະເທດອິນເດຍ ແລະ ເຫັນວ່າອາຄານຫໍພັກດັ່ງກ່າວໄດ້ສໍາເລັດການກໍ່ສ້າງ 100%.
ຕິດພັນກັບວຽກງານການຮ່ວມມືຂອງລັດຖະບານທັງສອງປະເທດ ໂດຍສະເພາະແມ່ນວຽກງານທາງດ້ານວິຊາການໃນການພັດທະນາຜູ້ປະກອບກິດຈະການໃນ ສປປ ລາວ ແລະ ສົ່ງເສີມໃຫ້ມີຈຳນວນຜູ້ປະກອບກິດຈະການໃໝ່ ໂດຍສະເພາະແມ່ນໄວໜຸ່ມນັບມື້ຫຼາຍຂຶ້ນ ຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜ່ານມາ ລັດຖະບານປະເທດອິນເດຍໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ກໍຄືການໃຫ້ຄວາມຊ່ວຍເຫຼືອສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ທາງດ້ານວິຊາການ ໂດຍການສົ່ງພະນັກງານໄປຍົກລະດັບທັງໄລຍະສັ້ນ ແລະ ໄລຍະຍາວ ກ່ຽວກັບການປະກອບກິດຈະການທີ່ສະຖາບັນພັດທະນາຜູ້ປະກອບກິດຈະການປະເທດອິນເດຍ (EDII) ແລະ ໄດ້ຊ່ວຍເຫຼືອທາງດ້ານງົບປະມານໃນການບໍລິຫານສູນ (ໃນເວລາເປີດສູນໃໝ່) ແລະ ວັດຖຸອຸປະກອນຕ່າງໆ ເຊັ່ນ: ຄອມພິວເຕີ ໂຕະ ຕັ່ງ ຕູ້ ເພື່ອປະກອບເຂົ້າໃນການສ້າງຕັ້ງສູນພັດທະນາຜູ້ປະກອບກິດຈະການ ແຕ່ປີ 2004 ຈົນເຖິງປັດຈຸບັນ. ນອກຈາກນັ້ນ ກໍຍັງຈະສະໜອງຊ່ຽວຊານເພື່ອມາປະຕິບັດວຽກງານທາງດ້ານວິຊາການຮ່ວມກັບສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໃນອະນາຄົດ.