ຮ່ວມມືວຽກງານກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນກອນ ໂທລະຄົມມະນາຄົມ-ICT

    ພິທີເຊັນສັນຍາຮ່ວມມື ລະຫວ່າງກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ບໍລິສັດ ລືໄຊຈະເລີນ ຈໍາກັດ ກ່ຽວກັບວຽກງານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ຈັດຂຶ້ນວັນທີ 30 ພຶດສະພາ 2022 ທີ່ກະຊວງເຕັກໂນໂລຊີ ຮ່ວມລົງນາມຂອງທ່ານ ໄຊລືຊາ ອິນສີຊຽງໃໝ່ ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ທ່ານ ຂັນທອງ ລືໄຊອິນທະວົງ ປະທານບໍລິສັດ ລືໄຊຈະເລີນ ຈໍາກັດ ມີທ່ານ ບັນດິດ ສາດສະດາຈານ ດຣ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະກົມ ກອງ ສູນ ສະຖາບັນອ້ອມຂ້າງ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໄຊລືຊາ ອິນສີຊຽງໃໝ່ ກ່າວວ່າ: ເພື່ອຈັດຕັ້ງປະຕິບັດວຽກງານກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ເພາະຖືວ່າເປັນບາດກ້າວອັນສຳຄັນໃນການພັດທະນາວຽກງານນີ້ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມກົດໝາຍ ລະບຽບການຂອງ ສປປ ລາວ ແລະ ສອດຄ່ອງກັບແນວທາງນະໂຍບາຍ ລະບຽບການຂອງ ITU ເພື່ອພັດທະນາ ແລະ ຮັບປະກັນວ່າອຸປະກອນໂທລະຄົມມະນາຄົມ ແລະ ICT ໄດ້ມາດຕະຖານເຕັກນິກທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດ ແລະ ຮັບປະກັນ ຄວາມສາມາດ ແລະ ຄວາມປອດໄພຂອງອຸປະກອນ.

    ການຮ່ວມມື​ໃນ​ຄັ້ງນີ້ ​ແມ່ນສອດຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດຖະບານ​ໃນຊຸມ​ປີ​ຕໍ່ໜ້າເຊິ່ງເປັນພື້ນຖານໃຫ້ແກ່ຂະແໜງການຢູ່ໃນ​ປະຊາ​ຄົມເສດຖະກິດ​ອາຊຽນ ​ເຊິ່ງທຸກໆປະ​ເທດ ​ປະກອບສ່ວນດ້ານຄວາມປອດໄພ ​ຄຸນ​ນະພາ​ບ ​ແລະ ການ​ຈໍາໜ່າຍຂອງອຸປະກອນໂທລະຄົມມະນາຄົມ ແລະ ICT ​ແມ່ນ​ສ່ວນ​ໜຶ່ງ​ທີ່​ເປັນ​ພັນທະຂອງ​ການ​ປະຕິບັດ​ຕາມ​ກົດ​​ລະບຽບ ແລະ ຂໍ້ກຳນົດ​ທີ່​ສະມາຊິກ​ຂອງ​ອົງການ​ການຄ້າ​​ໂລກຕ້ອງປະຕິບັດຮ່ວມ​ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ​ດ້ານ​ການ​ຄ້າ​ ຫຼື ຮ່ວມ​ກັບປະ​ເທດ​ຜູ້​ສົ່ງອອກອຸປະກອນໂທລະຄົມມະນາຄົມ ແລະ ICT ​ເຊິ່ງທັງ​ໝົດທຸກຝ່າຍ​ຈະ​ນຳ​​ໃຊ້​ຫຼັກການ ​ແລະ ກົດ​ລະບຽບດຽວກັນ ກ່ຽວກັບ​ການຜະລິດ ​ສົ່ງອອກ ນໍາເຂົ້າ ​ແລະ ການ​ຈໍາໜ່າຍອຸປະກອນໂທລະຄົມມະນາຄົມ ແລະ ICT.

    ທ່ານ ຂັນທອງ ລືໄຊອິນທະວົງ ກ່າວວ່າ: ໃນການຮ່ວມມືກັບກົມຄື້ນຄວາມຖີ່ວິທະຍຸສື່ສານ ເພື່ອຈັດຕັ້ງປະຕິບັດວຽກງານ ການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ເຊິ່ງເປັນວຽກງານໜຶ່ງທີ່ສຳຄັນຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ່ 9 ແຜນພັດທະນາເສດຖະກິດດິຈິຕອນຂອງລັດຖະບານ ເພື່ອການຫັນເປັນດິຈິຕອນ ແລະ ແຜນວິໄສທັດ ແຜນຍຸດທະສາດການພັດທະນາຂະແໜງການ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

    ວຽກງານການກວດກາ ແລະ ຢັ້ງຢືນ ມາດຕະຖານເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ເປັນວຽກງານທີ່ທຸກປະເທດໃນໂລກນີ້ໃຫ້ຄວາມສຳຄັນທີ່ສຸດ ເພາະເປັນວຽກງານຫຼັກໃນການຮັບປະກັນມາດຕະຖານເຕັກນິກ ຄວາມສາມາດຂອງອຸປະກອນ ຄວາມປອດໄພຂອງອຸປະກອນ ເພື່ອໃຫ້ການປົກປ້ອງຜົນປະໂຫຍດອັນຊອບທຳໃຫ້ແກ່ຜູ້ອຸປະໂພກ ການປ້ອງກັນອຸປະກອນລອກຮຽນແບບ (ຂອງປອມ) ການປ້ອງກັນຄື້ນຄວາມຖີ່ລົບກວນຂອງວຽກງານເຕັກໂນໂລຊີ ແລະ ອື່ນໆ.

    ຂ້າພະແຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ວຽກງານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ນີ້ ຈະເປັນອົງປະກອບໜຶ່ງທີ່ສາມາດຊ່ວຍພັກ ແລະ ລັດ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຮັບປະກັນມາດຕະຖານເຕັກນິກ ຄວາມສາມາດຂອງອຸປະກອນ ຄວາມປອດໄພຂອງອຸປະກອນ ແລະ ອັນສຳຄັນທີ່ສຸດແມ່ນສາມາດສ້າງແຫຼ່ງລາຍຮັບໃໝ່ເພີ່ມໃຫ້ກັບລັດຖະບານ.

error: Content is protected !!