ແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບຮອງຊະນະເລີດ

    ວັນທີ 2 ມິຖຸນາ 2022 ຄະນະຈັດງານ ໄດ້ດໍາເນີນການແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໃນຮູບແບບທາງໄກ ຮອບຮອງຊະນະເລີດ ແລະ ຈະເລືອກເອົາ 10 ຄົນສຸດທ້າຍ ເພື່ອຈະດໍາເນີນການແຂ່ງຂັນຮອບຊີງຊະນະເລີດ ມາລຸ້ນນໍາກັນວ່າທ່ານໃດຈະໄດ້ຮັບລາງວັນໄປທ່ຽວປະເທດຈີນ ພາຍຫຼັງປະເທດຈີນເປີດປະເທດເປັນທາງການ.

    ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບຮອງຊະນະເລີດ ມີຜູ້ເຂົ້າແຂ່ງຂັນ 24 ຄົນ ໃນນີ້ ຍິງ 11 ຄົນ ຄະນະກໍາມະການຕັດສິນ 5 ທ່ານທີ່ມາຈາກຫຼາຍພາກສ່ວນ ຜູ້ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ທຸກຄົນຍັງໄດ້ຕອບຄໍາຖາມຫົວຂໍ້ຫຼັກ ຄື: “ບາກບັັ່ນສູ້ຊົນ ແມ່ນພື້ນຖານຂອງຊາວໜຸ່ມ” ພ້ອມທັງໄດ້ຕອບຄໍາຖາມຕາມການຈົກສະຫຼາກຂອງພິທີກອນໃນຫົວຂໍ້ປິ່ນອ້ອມຕ່າງໆ ເຊັ່ນ: ການຮ່ວມມື ລາວ-ຈີນ ການພັດທະນາປະ ເທດ ການໃຊ້ຊີວິດ ວັດທະນະທໍາ ແລະ ອື່ນໆ ເຊິ່ງຖືວ່າເປັນອີກເວທີໜຶ່ງທີ່ຜູ້ເຂົ້າແຂ່ງຂັນຕ້ອງໄດ້ຕອບຄໍາຖາມທີ່ຄາດບໍ່ເຖິງ ແລະ ໂຕ້ວາທີກັນຢ່າງດຸເດືອດ ຕື່ນເຕັ້ນ ມ່ວນຊື່ນ ຄຶກຄື້ນຕະຫຼອດການແຂ່ງຂັນ ຜູ້ໃດຈະຜ່ານຄວາມກົດດັນຄັ້ງນີ້ໄປໄດ້ ແລະ ກ້າວສູ່ຮອບຊີງຊະນະເລີດ.

    ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຈັດຂຶ້ນໂດຍສູນອາຊີ-ອາຟຣິກາ ສະຖານີວິທະຍຸໂທລະພາບສູນກາງຈີນ ແລະ ສູນກາງຊາວໜຸ່ມ ປປ ລາວ ໂດຍມອບໝາຍໃຫ້ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ ແລະ ວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ຮ່ວມກັນຈັດຕັ້ງປະຕິບັດ ເພື່ອສົ່ງເສີມໃຫ້ຊາວໜຸ່ມລາວໃນທົ່ວປະເທດ ອາຍຸ 18-35 ປີ ໄດ້ຖ່າຍທອດຄວາມຄິດ ຄວາມຝັນ ແລະ ຄວາມປາຖະໜາ ພ້ອມທັງເປັນເວທີທີ່ສະໜອງໂອກາດເຝິກຝົນ ແລະ ທົດສອບທັກສະກ່ຽວກັບການເວົ້າຕໍ່ໜ້າມວນຊົນ.

    ສາມາດຕິດຕາມຂໍ້ມູນການແຂ່ງຂັນໃນຮອບຕໍ່ໄປ ຜ່ານວິທະຍຸ CRI ແລະ ວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ຫຼື ເຜຈເຟດບຸກ CRI-FM93 ແລະ ເຜຈເຟດບຸກ Lao Youth Radio FM 90.0 Mhz. 

# ສະບາໄພ

error: Content is protected !!