ທ່ານນາງ ດາວວອນ ກອງມະນີ ເຈົ້າຂອງໂຮງງານຂ້າສັດ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ສຳພາດເມື່ອບໍ່ດົນມານີ້ວ່າ: ໂຮງງານຂ້າສັດພວກເຮົາມີຄວາມພ້ອມໃນການໃຫ້ບໍລິການລູກຄ້າ ເຊິ່ງທາງໂຮງງານໄດ້ມີການປັບປຸງລະບົບໃໝ່ ແລະ ຂະຫຍາຍເນື້ອທີ່ຢ່າງກວ້າງຂວາງ ສາມາດຮອງຮັບສັດ ກໍຄື ໝູ ງົວ ຄວາຍ ແບ້ ເຂົ້າມາຂ້າຄົວ ເພື່ອນຳອອກຈຳໜ່າຍແກ່ຜູ້ບໍລິໂພກໃນສັງຄົມໄດ້ຢ່າງບໍ່ຈຳກັດ ໂດຍໃນເມື່ອກ່ອນ ໂຮງງານຂອງເຮົາຕັ້ງຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ເຊິ່ງມີເນື້ອທີ່ແຄບ ແລະ ໃກ້ກັບຊຸມຊົນ ເຮັດໃຫ້ສ້າງຄວາມຫຍຸ້ງຍາກຫລາຍດ້ານ ດັ່ງນັ້ນ ປີ 2020 ຈຶ່ງໄດ້ມາສ້າງໂຮງງານໃໝ່ທີ່ບ້ານນາສ້ຽວ ໃນເນື້ອທີ່ 4 ເຮັກຕາ ພ້ອມຈະເຮັດເປັນລະບົບບຳບັດມູນສັດ ເພື່ອນຳເອົາແກັສມາໃຊ້ແທນໄຟຟ້າ ແລະ ຖ້າເກີດປະສິດທິຜົນ ກໍຈະແບ່ງປັນໃຫ້ປະຊາຊົນອ້ອມຂ້າງໄດ້ນຳໃຊ້ນຳອີກ.

ແຕ່ແນວໃດກໍຕາມ ທາງໂຮງງານຂອງເຮົາຍັງມີຂໍ້ຫຍຸ້ງຍາກ ໂດຍສະເພາະ ຈຳນວນໝູທີ່ສະໜອງເຂົ້າມາໃນໂຮງງານຍັງມີຈຳນວນຈຳກັດ ມື້ໜຶ່ງໄດ້ພຽງ 80 ໂຕ ເຮັດໃຫ້ລາຄາໝູທີ່ອອກຈາກນາຍຮ້ອຍໄປສູ່ລູກຂຽງມີລາຄາສູງກວ່າບໍລິສັດ ແລະ ໂຮງງານຂ້າສັດອື່ນ ດັ່ງນັ້ນພວກເຮົາຈຶ່ງໄດ້ລົງທຶນຮ່ວມມືກັບ ສະຫະກອນ 3F ກະສິກຳຍືນຍົງຂອງລາວ ໃນການຜະລິດໝູ ແລະ ລ້ຽງ ເພື່ອນຳມາສະໜອງເຂົ້າໂຮງງານ ໃຫ້ສາມາດນຳອອກຈຳໜ່າຍສູ່ຜູ້ບໍລິໂພກໄດ້ຢ່າງພຽງພໍ ແລະ ຄາດວ່າຈະຊ່ວຍເຮັດໃຫ້ລາຄາຖືກລົງ.

ສໍາລັບການຄິດໄລ່ຄ່າບໍລິການຂອງໂຮງງານດັ່ງກ່າວ ແມ່ນຄິດໄລ່ຄ່າບໍລິການ ແລະ ສະຖານທີ່ພຽງແຕ່ 25 ພັນກີບຕໍ່ສັດ 1 ໂຕ ໃນນີ້ ໂຮງງານໄດ້ອຳນວຍຄວາມສະດວກໃຫ້ທຸກຢ່າງ ເປັນຕົ້ນ ນ້ຳ ຟືນ ໄຟ ແລະ ອະນາໄມທຳຄວາມສະອາດ ພ້ອມນັ້ນ ຍັງມີຄ່າແຮງງານ ແລະ ຄ່າກວດຫາພະຍາດ ລວມແລ້ວ ຄ່າບໍລິການທັງໝົດແມ່ນ 60 ພັນຕໍ່ 1 ໂຕສັດ ແຕ່ແນວໃດກໍຕາມ ຢາກຂໍຮຽກຮ້ອງຕໍ່ຂັ້ນເທິງ ກໍຄືພາກສ່ວນກ່ຽວຂ້ອງທີ່ຮັບຜິດຊອບໃນການຊ່ວຍຊຸກຍູ້ສົ່ງເສີມໃຫ້ນະໂຍບາຍ ແລະ ອອກລະບຽບການ ເພື່ອຄຸ້ມຄອງໃນການສ້າງສະຫະກອນ 3F ເພື່ອໃຫ້ສາມາດດຳເນີນໄປໄດ້ຢ່າງມີປະສິດທິຜົນ ມີຜົນສຳເລັດ ສາມາດຜະລິດໝູ ກໍຄືສັດທີ່ຈະໜອງທາດຊີ້ນ ເພື່ອນຳມາປ້ອນເຂົ້າສູ່ໂຮງງານໃຫ້ສາມາດຈຳໜ່າຍໄປສູ່ບໍລິໂພກໄດ້ຢ່າງພຽງພໍນັບມື້ນັບຫຼາຍຂຶ້ນ ລວມທັງມີລາຄາຖືກລົງກວ່າເກົ່າ ແລະ ສາມາດແຂ່ງຂັນກັບຕະຫຼາດໄດ້.

# ຂ່າວ – ພາບ : ຂັນທະວີ