ທີມງານສື່ການຮຽນການສອນທາງໄກ (E-learning) ຈາກສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ເຜີຍແຜ່ວິດີໂອໃໝ່ກ່ຽວກັບວິທີການປະດິດ ແລະ ການນໍາໃຊ້ບັດຄໍາ ແລະ ບັດຮູບພາບ ໂດຍການການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາມ).

ວິດີໂອສໍາລັບການພັດທະນາຄູ (Teacher Development Videos) ໃນຊ່ອງຢູທູບທີ່ໄດ້ເຜີຍແຜ່ໃນປີ 2019 ເຊິ່ງມີຜູ້ເຂົ້າຊົມຫຼາຍກວ່າ 1,6 ລ້ານວິວ ຢູ່ໃນຊ່ອງຢູທູບດັ່ງກ່າວ ປະກອບມີວິດີໂອສໍາລັບການເຝິກອົບຮົມຄູ ແລະ ສື່ອຸປະກອນຟາຍສຽງສໍາລັບຄູສອນຊັ້ນປະຖົມ ຄູເຝິກ ແລະ ຄູນິເທດ ວິດີໂອທີ່ຜະລິດອອກມານັ້ນ ແມ່ນໄດ້ກວມເອົາຫຼາຍວິຊາ ເຊິ່ງປະກອບມີເຕັກນິກການສອນສໍາລັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ມີວິທີການຮຽນການສອນແບບໃໝ່ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ຄູສອນໄດ້ນໍາໃຊ້ສື່ເຫຼົ່ານີ້ເພື່ອກະກຽມບົດຮຽນ ປັບປຸງວິທີການສອນຂອງເຂົາເຈົ້າ ແລະ ຮຽນຮູ້ ຫຼື ທົບທວນຄືນເຕັກນິກການສອນສະເພາະໃດໜຶ່ງ ນອກນີ້ ພວກເຂົາຍັງເປີດຟາຍສຽງ ບົດເພງ ບົດເລື່ອງພາສາອັງກິດໃຫ້ນັກຮຽນໃນຫ້ອງຮຽນໄດ້ຟັງນໍາອີກ ວິດີໂອເຫຼົ່ານີ້ ແມ່ນຍັງໄດ້ອອກອາກາດປະຈໍາວັນຜ່ານຊ່ອງໂທລະພາບ.

ເພື່ອເປັນການສະໜອງສື່ການຮຽນ-ການສອນໃໝ່ ກະຊວງ ສສກ ໄດ້ແຈກຢາຍຊຸດບັດຄໍາ ແລະ ບັດຮູບພາບໃຫ້ທຸກໆຫ້ອງຮຽນສໍາລັບຂັ້ນ ປ1 ແລະ ຂັ້ນ ປ2 ເພື່ອຊ່ວຍໃນການສອນພາສາລາວ ແລະ ການອອກສຽງ ຢູ່ໃນວິດີໂອສໍາລັບການພັດທະນາຄູໃໝ່ນີ້ ຄູຈະໄດ້ຮຽນຮູ້ການປະດິດບັດຄໍາ ແລະ ບັດຮູບພາບເພີ່ມເຕີມເພື່ອປັບໃຫ້ເຂົ້າກັບບົດຮຽນຂອງພວກເຂົາເຊັ່ນ: ການປະດິດບັດເພື່ອແນະນໍາຄໍາສັບໃໝ່ ເພື່ອກວດສອບຄວາມເຂົ້າໃຈຂອງນັກຮຽນກ່ຽວກັບນິທານເລື່ອງໃດໜຶ່ງ ເພື່ອສອນການສະກົດຄໍາ ນອກນີ້ ຍັງໄດ້ປະດິດບັດເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈການຈັດແຍກປະເພດຂອງຕົວອັກສອນ ຄໍາສັບຕ່າງໆ ສັດ ໝາກໄມ້ ວັດຖຸສິ່ງຂອງ ແລະ ອື່ນໆ ການປະດິດບັດຄໍາ ແລະ ບັດຮູບພາບນີ້ ຍັງຊ່ວຍໃຫ້ນັກຮຽນເຂົ້າໃຈຂັ້ນຕອນ ແລະ ຂະບວນການໃນການທົດລອງວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຫຼື ລໍາດັບຂອງນິທານໃນວິຊາພາສາລາວ ຫຼື ໃນບົດຮຽນພາສາອັງກິດ ວິດີໂອປະກອບມີພາກຄໍາແນະນໍາ ແລະ ຂໍ້ມູນພາກປະຕິບັດກ່ຽວກັບວິທີການປະດິດບັດຄໍາ ແລະ ບັດຮູບພາບເພື່ອເສີມສ້າງການຮຽນຮູ້.

ໃນວິດີໂອ ຍັງແນະນຳວ່າບັດຄໍາ ແລະ ບັດຮູບພາບນີ້ ສາມາດຊ່ວຍສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໄດ້ ໂດຍຜ່ານຕົວລະຄອນທີ່ສະແດງຢູ່ໃນບັດ ເຊິ່ງເປັນຕົວລະຄອນທີ່ມາຈາກພື້ນຖານແຕກຕ່າງກັນ ວິດີໂອສະແດງໃຫ້ເຫັນບັດທີ່ມີຮູບພາບກ່ຽວກັບຄວາມຮັບຜິດຊອບທີ່ມີຮ່ວມກັນຢູ່ເຮືອນລະຫວ່າງຊາຍ ແລະ ຍິງ ນຳອີກ.
