ລ​ຊມ​ລ ມອບພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ໄຕ​ມາດ​ທີ 1 ປີ 2022 ​ໃຫ້​ລັດ​ຖະ​ບານ​ລາວ

    ພິທີມອບ-ຮັບພາສີຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ ຈາກການ​ຜະ​ລິດ-ຈຳ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງ ຂອງ​ໂຄງ​ການ​ຂຸດ​​ຄົ້ນບໍ່​ຄໍາ-ທອງ ເຊ​ໂປນ ໄຕມາດ​ທີ 1 ​ປີ 2022 ມູນຄ່າ​ 5.846.693,2 ໂດລາສະຫະລັດ ຈັດຂຶ້ນວັນທີ 1 ມິ​ຖຸ​ນາ 2022 ຢູ່​ກົມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ ກະ​ຊວງ​ການ​ເງິນ ເຊິ່ງມອບໂດຍທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫ​ຍ່ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ແລະ ຮັບ​ໂດຍທ່ານ ພຸດ​ທະ​ສິນ ເຮືອງ​ທະ​ວົງ ຫົວ​ໜ້າ​ກົມຄຸ້ມ​ຄອງ​ຊັບ​ສິນແຫ່ງລັດ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.  

​    ​​ປີ 2021 ​ລ​ຊມ​ລ ໄດ້​ມອບລາຍ​ຮັບໂດຍ​ກົງ​ຈາກ​ການ​ເສຍ​ພາ​ສີອາ​ກອນ ແລ​ະ ຄ່າ​ຊັກ​ອື່ນໆ​ທີ່​ກ່ຽວ​ຂ້ອງ ໃຫ້​​ລັດ​ຖະ​ບານ ສ​ປ​ປ ລາວ ຫຼາຍກວ່າ 40,84 ລ້ານໂດລາສະຫະລັດ ນັບແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ ປີ 2003 ເປັນ​ຕົ້ນ​ມາ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນພັນ​ທະ​ທີ່​ເປັນ​ລາຍ​ຮັບ​ໂດຍ​ກົງໃຫ້ລັດ​ຖະ​ບານ​ ສ​ປ​ປ ລາວ ​ຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ໃນ​ນີ້ ຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ ຫຼາຍກ່​ວາ ​389 ລ້ານໂດລາສະຫະລັດ ນອກ​ນີ້ ບໍ​ລິ​ສັດ​​ຍັງ​ໄດ້​ລົງ​ທຶນ​ຕື່ມອີກຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ​ໃນ​ການ​ປະ​ກອບ​ສ່ວນ​ທາງ​ອ້ອມ ເຊັ່ນ: ​ການ​ເຝິກ​ອົມ​ຮົມ​ສີ​ມື​ແຮງ​ງານ ​ການສະ​ໜັບ​ສະ​ໜູນ​ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ ແລະ ການ​ພັດ​ທະ​ນາ​ຊຸມ​ຊົນ​ເຈົ້າ​ພາບ ສໍາລັບ​ໄຕ​ມາດ​ທີ 1 ປີ 2022 ບໍ່​ຄຳ​-ທອງ​ເຊ​ໂປນ ສາ​ມາດ​ຜະ​ລິດ​ຄຳ ​ໄດ້ 1.783 ກິ​ໂລ ແລະ ທອງ 2.426 ໂຕນ.

    ທ່ານ ສະ​ໝານ ອະ​ເນ​ກາ ​ກ່າວ​ວ່າ: ລ​ຊມ​ລ ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ການ​ເປັນ​ຄູ່​ຮ່ວມ​ງານ​ທີ່​ດີກັບ​ກົມ​ຄຸ້ມ​ຄອງຊັບ​ສິນແຫ່ງ​ລັດ ແລະ ໄດ້​ປະ​ກອບ​ສ່ວນ​​ດ້ານ​ການ​ເງິນ​ທີ່​ສຳ​ຄັນໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​​ຂອງ ສ​ປ​ປ ລາວ ດ້ວຍ​ການ​ຈ່າຍພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ອາ​ກອນ​ກຳ​ໄລ ເງິນ​ປັນ​ຜົນ ອາ​ກອນ​ເງິນ​ເດືອນພະ​ນັກ​ງານ ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ ​ກອງ​ທຶນ​ຊຸກ​ຍູ້​ຄອບ​ຄົວ​ຜູ້​ດ້ອຍ​ໂອ​ກາດ ເງິນ​ສະ​ສົມ​ເພື່ອ​ພື້ນ​ຟູ​ສິ່ງ​ແວດ​ລ້ອມ ຄ່າ​​ສຳ​ປະ​ທານ ການ​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ສັງ​ຄົມ ແລະ ພັນ​ທະອາ​ກອນ​ອື່ນໆ ລ​ຊມ​ລ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​​ຂະ​ແໜງ​ການລັດ​ຖະ​ບານ ສ​ປ​ປ ລາວ ໃນ​ການ​ສະ​ໜັບ​ສະ​ໜູນ​ໂຄງ​ການຂຸດ​ຄົ້ນ​ບໍ່​ຄຳ-ທອງ ​ເຊ​ໂປນ ໂດຍ​ການຄົ້ນ​ຄວ້າ​ພິ​ຈາ​ລະ​ນາໃນ​ການ​ອະ​ນຸ​ມັດ ແລະ ​ອອກ​ໃບ​ອະ​ນຸ​ຍາດ​ທີ່​ກ່ຽວ​ຂ້ອງ​ໃນ​ດ້ານຕ່າງໆ ໂດຍ​ສອດ​ຄ່ອງ​ຕາມ​ສັນ​ຍາ. 

(ສະບາໄພ 3/6/2022)

error: Content is protected !!