ໄຂງານຕະຫຼາດນັດນະວັດຕະກຳ ເພື່ອສົ່ງເສີມການຮ່ວມມືຜະລິດກະສິກຳ

    ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຮ່ວມມືກັບສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ໄຂງານຕະຫຼາດນັດນະວັດຕະກຳກະສິກຳ ຂຶ້ນວັນທີ 30 ພຶດສະພາ-2 ມິຖຸນາ 2022 ທີ່ສະຖາບັນດັ່ງກ່າວ ເຊິ່ງມີຄະນະນໍາຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ຜູ້ຕາງໜ້າຈາກ FAO ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ງານຕະຫຼາດນັດຄັ້ງນີ້ໄດ້ດຳເນີນເປັນເວລາ 4 ວັນ ໂດຍມີພາກສ່ວນກ່ຽວຂ້ອງກັບນະວັດຕະກໍາກະສິກຳກວ່າ 50 ພາກສ່ວນເຂົ້າຮ່ວມ ເປັນຕົ້ນ ຜູ້ຜະລິດກະສິກຳ ຜູ້ສະໜອງປັດໃຈກະສິກຳ ແລະ ນັກທຸລະກິດກະສິກຳຈາກທົ່ວປະເທດ ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ເຊິ່ງນີ້ແມ່ນໂອກາດອັນດີ ເພື່ອນຳບັນດາກຸ່ມຊາວກະສິກອນ ແລະ ສະມາຄົມຊາວກະສິກອນຂະໜາດນ້ອຍ ແລະ ບັນດາວິສາຫະກິດກະສິກຳເຂົ້າໃກ້ຜູ້ບໍລິໂພກ. 

    ງານວາງສະແດງໄດ້ມີຮ້ານວາງສະແດງນະວັດຕະກຳ ກະສິກຳທຸກປະເພດ ລວມທັງຜະລິດຕະພັນ ແລະ ການບໍລິການ ແລະ ໃຫ້ມີການປຶກສາຫາລືກ່ຽວກັບການຮ່ວມມືທີ່ມີທ່າແຮງລະຫວ່າງບັນດາພາກສ່ວນກ່ຽວຂ້ອງ ເຊິ່ງໄດ້ເປີດກວ້າງໃຫ້ບຸກຄົນທົ່ວໄປເຂົ້າຮ່ວມ. 

    ໃນໂອກາດດຽວກັນ ສະຖະບັນຄົ້ນຄວ້າກະສິກຳ  ແລະ  ປ່າໄມ້ແຫ່ງຊາດ  ຍັງເປັນເຈົ້າພາບຈັດລາຍການນຳສະເໜີ ແລະ ໂອ້ລົມສົນທະນາ ໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ພັດທະນານະວັດຕະກຳກະສິກຳ ແລະ ການພັດທະນາຂີດຄວາມສາມາດ ໂດຍການສົນທະນາໄດ້ມີບັນດາຄະນະນຳຈາກຫຼາຍພາກສ່ວນ ກົມທີ່ກ່ຽວຂ້ອງຂອງລັດຖະບານ ພາກເອກະຊົນ ແລະ ອົງການຈັດຕັ້ງຊາວກະສິກອນເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະ ແລະ ປຶກສາຫາລືກ່ຽວກັບວິທີການປັບປຸງນະວັດຕະກຳກະສິກຳຢູ່ ສປປ ລາວ. 

    ການນຳສະເໜີ ແລະ ການສົນທະນາ ແມ່ນແນໃສ່ໃຫ້ຊາວກະສິກອນໜຸ່ມ ນັກຄົ້ນຄວ້າ ນັກສຶກສາ ແລະ ຜູ້ປະກອບການ ມີໂອກາດໄດ້ສະເໜີບົດເລື່ອງ ແລະ ສິ່ງທ້າທາຍໃນນະວັດຕະກຳກະສິກຳໃຫ້ແກ່ຜູ້ວາງນະໂຍບາຍ. ພ້ອມນີ້ ໃນງານຍັງຈັດໃຫ້ມີການການໂຕ້ວາທີຂອງນັກສຶກສາ ແລະ ການແຂ່ງຂັນກ່ຽວກັບ “ວິໄສທັດຂອງພວກເຮົາສໍາລັບການປະດິດສ້າງກະສິກໍາ” ແລະ ມີການໂອ້ລົມສົນທະນາ ແລະ ນໍາສະເໜີຫົວຂໍ້. ນະວັດຕະກໍາກະສິກຳ ມີທ່າແຮງອັນໃຫຍ່ຫຼວງໃນ ສປປ ລາວ ເພື່ອເພີ່ມລາຍຮັບຂອງຊາວກະສິກອນ ປັບປຸງຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ແລະ ຊ່ວຍໃຫ້ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ. 

    ໃນວັນສຸດທ້າຍຂອງງານ (2 ມິຖຸນາ) ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ຍັງເປັນປະທານກອງປະຊຸມສໍາມະນານໍາສະເຫນີຜົນການຄົ້ນຄວ້າໃນຂົງເຂດກະສິກໍາ ປ່າໄມ້ ແລະ ການພັດທະນາຊົນນະບົດ ນໍາສະເຫນີ ປຶກສາຫາລື ແລະ ສໍາມະນາເພື່ອໃຫ້ຄວາມຮູ້ກ່ຽວກັບກິດຈະກຳດັ່ງກ່າວຕື່ມອີກ.

#  ຂ່າວ – ພາບ : ລັດເວລາ

error: Content is protected !!