ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ ນວ) ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ນວ ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ປະຈໍາປີ 2022 ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ແລະ ວັນສິ່ງແວດລ້ອມໂລກຄົບຮອບ 50 ປີ ພາຍໃຕ້ຄຳຂວັນ: ໂລກມີພຽງໜຶ່ງດຽວ (Only one Earth) ຂຶ້ນວັນທີ 1 ມິຖຸນາ 2022 ຢູ່ສວນພຶກສາສາດ ບ້ານດ່ານຊ້າງ ເມືອງໄຊທານີ ນວ ມີທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ກ່າວວ່າ: ພື້ນທີ່ດິນເຂດສວນພຶກສາສາດຫວ້ຍຍາງ-ດົງໝາກຄາຍ ແມ່ນຕັ້ງຢູ່ບ້ານດ່ານຊ້າງ ເມືອງໄຊທານີ ມີເນື້ອທີ່ 269 ເຮັກຕາ ກັບ 1.783 ຕາແມັດ ເຊິ່ງໄດ້ອອກເປັນໃບຕາດິນລັດ ໂດຍແມ່ນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຄຸ້ມຄອງ ໂດຍຄາດໝາຍລວມຂອງການນໍາໃຊ້ພື້ນທີ່ແຫ່ງນີ້ແມ່ນເພື່ອນຳໃຊ້ເຂົ້າໃນການພັດທະນາທີ່ດິນປູກຕົ້ນໄມ້ ແລະ ສວນພຶກສາສາດ ສ້າງໃຫ້ເປັນເຂດອະນຸຮັກຊິວະນາໆພັນ ເປັນເຂດເຕົ້າໂຮມພຶດໄມ້ ຂອງທ້ອງຖິ່ນ ພຶດໄມ້ທີ່ເປັນຢາ ແລະ ເປັນແຫຼ່ງເຕົ້າໂຮມຂອງຮຽນຮູ້ທາງດ້ານລະບົບນິເວດວິທະຍາຂອງ ນວ ໃນອະນາຄົດ ເພື່ອສ້າງໃຫ້ ນວ ເປັນນະຄອນຫຼວງ ສີຂຽວ ແລະ ຍືນຍົງ.
ພິທີປູກຕົ້ນໄມ້ແຫ່ງຊາດປະຈຳປີນີ້ ແມ່ນຕິດພັນກັບການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ວັນສິ່ງແວດລ້ອມໂລກ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ ເຊິ່ງ ພຊສ ນວ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນວ ຮ່ວມກັນຈັດກິດຈະກຳປູກຕົ້ນໄມ້ຄັ້ງນີ້ຈຳນວນ 600 ຕົ້ນ ໂດຍສະເພາະແມ່ນ ໄມ້ດູ່ ແລະ ໄມ້ຂະຍູງ ປູກຢູ່ສະຖານທີ່ດັ່ງກ່າວ ເພື່ອປູກຈິດສໍານຶກໃຫ້ມວນຊົນໄດ້ມີຄວາມຕື່ນຕົວ ແລະ ມີສ່ວນຮ່ວມນຳກັນໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ພ້ອມນີ້ ຍັງຖືໂອກາດອັນມີຄວາມໝາຍຄວາມສຳຄັນດັ່ງກ່າວ ເປັນວັນປະກາດການຈັດຕັ້ງປະຕິບັດກິດຈະກຳ ໂຄງການຄຸ້ມຄອງສິ່ງແວດລ້ອມ: ຂຽວ ສະອາດ ແລະ ງາມຕາ ຂອງ ພຊສ ນວ ຢ່າງເປັນທາງການ ເພື່ອສ້າງໃຫ້ເປັນຫ້ອງການຕົວແບບການຄຸ້ມຄອງສິ່ງແວດລ້ອມຢ່າງຖືກຕ້ອງ.

ສໍາລັບກິດຈະກຳທີ່ຈະໄດ້ຈັດຕັ້ງປະຕິບັດເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວໃນປີ 2022 ປະກອບມີ: ຕິດຕັ້ງປ້າຍຊົມເຊີຍຢູ່ຕາມເສັ້ນທາງຕ່າງໆຂອງນະຄອນຫຼວງ ຈັດຂະບວນການປູກຕົ້ນໄມ້ຢູ່ເຂດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ເຂດຫ້ອງການຂອງ ພຊສ ນວ ແລະ ເຂດໂຮງງານ ລຸຊິວ ພາມາຊຶທິໂກ (ລາວ) ຈຳກັດ ເພື່ອສ້າງໃຫ້ເປັນໂຮງງານຕົວແບບໃນການຄຸ້ມຄອງສິ່ງແວດລ້ອມ ຂຽວ ສະອາດ ງາມຕາ ສະໜອງເບ້ຍໄມ້ ແລະ ກະຕ່າຖັງຂີ້ເຫຍື້ອໃຫ້ກັບ 8 ໂຮງຮຽນເປົ້າໝາຍໃນ ນວ ລົງໂຄສະນາເຜີຍແຜ່ກິດຈະກຳຜ່ານສື່ໜັງສືພິມ ວິທະຍຸ ແລະ ໂທລະພາບ ເພື່ອປູກຈິດສຳນຶກໃຫ້ມວນຊົນໄດ້ມີຄວາມຕື່ນຕົວ ແລະ ມີສ່ວນຮ່ວມນຳກັນໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫຼາຍຂຶ້ນ.
# ຂ່າວ – ພາບ : ລັດເວລາ