ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຊ ຈະພິຈາລະນາຫຼາຍບັນຫາສໍາຄັນຂອງຊາດ

    ທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 2 ມິຖຸນາ 2022 ຢູ່ສພຊ ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 13 ມີຖຸນາ-8 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ ສພຊ (ທາດຫຼວງ)​ ນະຄອນຫຼວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 20 ວັນ (ບໍ່ລວມວັນພັກທາງລັດຖະການ).  

   ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສພຊ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດຄື: ວຽກງານຂອງລັດຖະບານ ພິຈາລະນາບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ພິຈະລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ.

    ພິຈາລະນາ  ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 9 ສະບັບ ໃນນີ້ ຮ່າງກົດໝາຍສ້າງໃໝ່ 3 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍວິຈິດສິນ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ກົດໝາຍປັບປຸງ 6 ສະບັບ ຄື: ກົດໝາຍວ່າດ້ວຍຊັບສິນຂອງລັດ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າແລະ ຊັບພະຍາກອນນໍ້າ.

    ວຽກງານອົງການໄອຍະການປະຊາຊົນສູງສຸດ ມີ 1 ບົດ ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິ ສະບັບເລກທີ 04/ສພຊ ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍ ໃນການພາຕົວ ກັກຕົວ ຈັບຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ.

    ວຽກງານ ສພຊ ມີ 2 ບົດ ຄື: ບົດລາຍງານຂອງຄະນະປະຈໍາ ສພຊ ກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສພຊ ຊຸດທີ IX ບົດລາຍງານຂອງຄະນະປະຈໍາ ສພຊ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງ ສພຊ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ ບົດປະກອບຄໍາເຫັນຂອງຄະນະປະຈໍາສພຊ ມີ 8 ບົດ ຄື: ບົດປະກອບຄໍາເຫັນຄະນະປະຈໍາສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ ບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິ ສະບັບເລກທີ 04/ສພຊ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍ ໃນການພາຕົວ ກັກຕົວ ຈັບຕົວ ແລະ ການກັກຂັງພາງ ທີ່ບໍ່ຖືກຕ້ອງຕາມກົດໝາຍ.

     ນອກນີ້ ຍັງມະຕິກອງປະຊຸມ ສພຊ ລວມມີ 17 ສະບັບຄື: ມະຕິກອງປະຊຸມສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບດັ່ງກ່າວ.    

    ມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ  ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ  ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ ມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈໍາ ສພຊ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສພຊ ຊຸດທີ IX ມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈໍາສພຊ ກ່ຽວກັບຜົນການຕິດຕາມກວດກາວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງ ສພຊ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ ແລະ ມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາກົດໝາຍ 9 ສະບັບ  (9 ມະຕິ).

    ໂອກາດນີ້ ເຊີນຊວນບັນດາທ່ານພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກຳມະ ກອນ ຊາວຜູ້ອອກແຮງງານ ພໍ່ແມ່ພີ່ນ້ອງ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມຄັ້ງນີ້ ເຊິ່ງໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມ ຄະນະເລຂາທິການ ສພຊ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄໍາຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ບັນດາທ່ານສາມາດສົ່ງຄຳຄິດເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມເບີສາຍດ່ວນ: 156 ທີ່ຮັບໃຊ້ກອງປະຊຸມຄັ້ງນີ້ ຫຼື ອີເມວ: nalao.156@gmail.com.

error: Content is protected !!