ພິທີມອບ-ຮັບຫ້ອງນ້ຳຫຼັງໃໝ່ໃຫ້ແກ່ໂຮງຮຽນ ມ.ປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິງ ຈັດຂຶ້ນວັນທີ 2 ມິຖຸນາ 2022 ເຂົ້າຮ່ວມໃນພິທີ ມີທ່ານ ບຸນຈັນ ສີສຸກ ຜູ້ອຳນວຍການໂຮງຮຽນ ມ.ປາຍ ມິດຕະພາບ ວຽງ ຈັນ-ໂຮ່ຈິມິງ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ພູຄຳ ມະໂນລົດ ຫົວໜ້າພະແນກຄຸ້ມຄອງຊັບສົມບັດ ກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ໄພວັນ ທຳມະວົງສີ ຕາງໜ້າບໍລິສັດ ເອັນພີ ເອກິບເມັນ ຈຳກັດຜູ້ດຽວ ບັນດາຄູ-ອາຈານ ນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ນາງ ໄພວັນ ທຳມະວົງສີ ກ່າວວ່າ: ໂດຍອີງຕາມຄຳສະເໜີ ແລະ ຄວາມຈຳເປັນຂອງໂຮງຮຽນ ມ.ປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິງ ເຊິ່ງມີຄວາມຕ້ອງການຫ້ອງນ້ຳເພື່ອຮັບໃຊ້ໃນໂຮງຮຽນຕື່ມອີກ ຍ້ອນມີນັກຮຽນຈຳນວນຫຼາຍ ແຕ່ຫ້ອງນ້ຳບໍ່ພຽງພໍກັບຄວາມຕ້ອງການໃຊ້ໃນປັດຈຸບັນ ດັ່ງນັ້ນ ທາງບໍລິສັດ ເອັນພີ ເອກິບເມັນ ຈຳກັດຜູ້ດຽວ ຈຶ່ງໄດ້ໃຫ້ການສະໜັບສະໜູນງົບປະມານການກໍ່ສ້າງຫ້ອງນ້ຳຈຳນວນ 1 ຫຼັງ ມີ 4 ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດ 50.149.000 ກີບ ເຊິ່ງເລີ່ມລົງມືກໍ່ສ້າງແຕ່ວັນທີ 21 ກຸມພາ ແລະ ສຳເລັດການກໍ່ສ້າງໃນວັນທີ 13 ມີນາ 2022 ຜ່ານມາ ແລະ ມື້ນີ້ ຂ້າພະເຈົ້າໄດ້ຕາງໜ້າໃຫ້ບໍລິສັດ ເອັນພີ ເອກິບເມັນ ຂໍມອບຫ້ອງນ້ຳຫຼັງນີ້ໃຫ້ແກ່ໂຮງຮຽນນຳໃຊ້ໂດຍອັດທະຍາໄສ ແລະ ຫວັງຢ່າງຍິ່ງວ່າ ຫ້ອງນ້ຳທີ່ສ້າງຂຶ້ນໃໝ່ນີ້ ຈະສ້າງປະໂຫຍດໃຫ້ແກ່ຄູ-ອາຈານ ແລະ ນັກຮຽນພາຍໃນໂຮງຮຽນ.
ໂອກາດນີ້ ທ່ານ ບຸນຈັນ ສີສຸກ ຜູ້ອຳນວຍການໂຮງຮຽນ ມ.ປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິງ ໄດ້ສະ ແດງຄວາມຂອບໃຈຕໍ່ທາງບໍລິສັດ ເອັນພີ ເອກິບເມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງຫ້ອງນ້ຳຄັ້ງນີ້ ເຊິ່ງທາງໂຮງຮຽນຈະພ້ອມກັນປົກປັກຮັກສາ ແລະ ບົວລະບັດທຳຄວາມສະອາດ ເພື່ອໃຫ້ຫ້ອງນ້ຳດັ່ງກ່າວນີ້ໃຊ້ໄດ້ດົນນານທີ່ສຸດ ແລະ ຫວັງຢ່າງຍິ່ງວ່າ ໂອກາດໜ້າ ທາງບໍລິສັດ ເອັນພີ ເອກິບເມັນ ຈຳກັດຜູ້ດຽວ ຄົງຈະໃຫ້ການຊ່ວຍເຫຼືອທາງໂຮງຮຽນຂອງພວກເຮົາຕື່ມອີກ.

# ຂ່າວ – ພາບ : ຊິລິການດາ