ເພື່ອປູກຈິດສໍານຶກໃຫ້ນັກຮຽນ ຮູ້ເຖິງໂທດຂອງຢາສູບ ຄວາມອັນຕະລາຍຂອງຢາເສບຕິດມີ ມີຢາບ້າ ກັນຊາ ເຮໂລອິນ ຢາໄອສ໌ ຢາອີ ເຫຼົ່ານີ້ເປັນຕົ້ນ ແນໃສ່ການພັດທະນານັກຮຽນໃຫ້ປອດຈາກສິ່ງເສບຕິດ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງຊາດ ວັນທີ 26 ພຶດສະພາ 2022 ພະອາຈານ ບຸນຍາດ ຄໍາພູ ພະອະປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ລົງໄປທໍາກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດ ຢູ່ໂຮງຮຽນມັດທະຍົມສາຍຝົນ ແລະ ໂຮງຮຽນມັດທະຍົມໄຊເສດຖາ ມີນັກຮຽນເຂົ້າຮ່ວມ 700 ຄົນ.

ການລົງໄປທໍາກິດຈະກຳເລົ່າສິນທໍາຄວບຄຸມຢາເສບຕິດຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນອຸປະກອນການຮຽນ-ການສອນ ປະເພດ ບິກ ສໍ ແລະ ປຶ້ມຂຽນ ພ້ອມນັ້ນ ຍັງໄດ້ຮັບການປະກອບສ່ວນວັດຖຸສິ່ງຂອງຈາກຄອບຄົວທ່ານ ຄໍາ ຊະນະສີສານ ນາງ ວິມົນພອນ ນາງ ວິໄລພອນ ທ່ານ ສຸສຸຂັນສັກ ສີສຸກ ແລະ ທ່ານນາງ ໂຄຕາມີ ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
