ພິທີໄຂການກໍ່ສ້າງທາງເບຕົງເສີມເຫຼັກເຂົ້າໂຮງຮຽນມັດທະຍົມຕອນປາຍ (ມປາຍ) ທ່າເດື່ອ ໂດຍການສົມທົບທຶນຈາກອົງການປົກຄອງເມືອງຫາດຊາຍຟອງ ອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງ ນັກທຸລະກິດ ສິດເກົ່າໂຮງຮຽນ ມ.ປາຍ ທ່າເດື່ອ ອຳນາດການປົກຄອງບ້ານ ແລະ ປະຊາຊົນບ້ານທ່າເດື່ອ ບ້ານປ່າຫວ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 31 ພຶດສະພາ 2022 ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ມີທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ບັນດາຮອງເຈົ້າເມືອງ ຫົວໜ້າຫ້ອງການ ນັກທຸລະກິດ ອຳນາດການປົກຄອງບ້ານ ແລະ ສິດເກົ່າໂຮງຮຽນ ມ.ປາຍ ທ່າເດື່ອເຂົ້າຮ່ວມ.

ໂດຍປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງອົງຄະນະພັກເມືອງຫາດຊາຍຟອງ ສະນັ້ນ ມາຮອດກາງເດືອນກຸມພາ 2022 ອົງການປົກຄອງເມືອງຫາດຊາຍຟອງຈຶ່ງໄດ້ປຶກສາຫາລືກັບ ອພສ ເມືອງ ໂດຍການເປີດປະຊຸມຮ່ວມກັນ ແລະ ຜ່ານການປຶກສາຫາລື ໄດ້ຕົກລົງເປັນເອກະພາບເຫັນດີໃຫ້ກໍ່ສ້າງທາງເບຕົງເສີມເຫຼັກເຂົ້າໂຮງຮຽນ ມ.ປາຍ ທ່າເດື່ອ ໂດຍການລະດົມຈາກທຸກພາກສ່ວນໃນສັງຄົມ ມາຮອດກາງເດືອນມີນາ 2022 ອົງການປົກຄອງເມືອງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບການກໍ່ສ້າງ ຕໍ່ມາຈຶ່ງໄດ້ຊີ້ນຳໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄປສຳຫຼວດຕົວຈິງ ຈຶ່ງໄດ້ປະເມີນລາຄາການກໍ່ສ້າງທັງໝົດ 461 ລ້ານກີບ ມີຄວາມຍາວ 600 ແມັດ ກວ້າງ 5 ແມັດ ແລະ ໜາ 15 ຊັງຕີແມັດ ຜ່ານການລະດົມທຶນມາຮອດປັດຈຸບັນ ໄດ້ຫຼາຍກວ່າ 200 ລ້ານກີບ ໃນນັ້ນ ອົງການປົກຄອງເມືອງ 50 ລ້ານກີບ ສິດເກົ່າໂຮງຮຽນ ມ.ປາຍ ທ່າເດື່ອ 5 ລຸ້ນ 35 ລ້ານກີບ ສວນອາຫານມັງກອນທອງ ແລະ ບໍລິສັດ ກັນລະຍານໍາເຂົ້າ ແລະ ສົ່ງອອກຈຳກັດຜູ້ດຽວ ພາກສ່ວນລະ 30 ລ້ານກີບ ອຳນວຍການໂຮງຮຽນແສງສະຫວັນ 2 ຈຳນວນ 15 ລ້ານກີບ ພະອາຈານ ໄລພົງສາ ປະທານ ອພສ ເມືອງ ແລະ ກອງບັນຊາການ ປກສ ເມືອງພາກສ່ວນລະ 10 ລ້ານກີບ ສິດເກົ່າປີ 1990 ຈຳນວນ 7 ລ້ານກີບ ປະທານສະພາການຄ້າ ແລະ ອຸດສາຫະກຳເມືອງ ທ່ານ ນາງ ບູລົມ ພົມມະສິງ ພ້ອມດ້ວຍລູກຫຼານ ພະອາຈານ ຄາລົມ ຈິດຕາທຳໂມ (ວັດໜອງແປນເໜືອ) ພະອາຈານ ອຸດົມ ອິນທະປະເສີດ (ວັດທ່າເດື່ອ) ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພາກສ່ວນລະ 5 ລ້ານກີບ 2 ສິດເກົ່າປີ 1995 ຈຳນວນ 3,5 ລ້ານກີບ ໂຮງຮຽນ ມ.ປາຍ ທ່າເດື່ອ 2,5 ລ້ານກີບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ປະຊາຊົນບ້ານປ່າຫວ້າ ແລະ ສິດເກົ່າປີ 2002 ພາກສ່ວນລະ 2 ລ້ານກີບ ສິດເກົ່າປີ 2006 ຈຳນວນ 1,6 ລ້ານກີບ ຄອບຄົວພອນປະສິດ 1,5 ລ້ານກີບ ເຈົ້າເມືອງຫາດຊາຍຟອງ 1 ລ້ານກີບ ທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ 5 ແສນກີບ ແລະ ຮ້ານອາຫານໄມໂຄ 3 ແສນກີບ ນອກນີ້ ຍັງມີບໍລິສັດເຫຼັກປະກອບສ່ວນເຫຼັກ ແລະ ບໍລິສັດຫີນຊາຍ ປະກອບສ່ວນຫີນຊາຍ ພ້ອມນີ້ ຍັງຈະສືບຕໍ່ລະດົມທຶນໄປເລື້ອຍໆ ເພື່ອໃຫ້ໄດ້ຕາມຈຳນວນມູນຄ່າກໍ່ສ້າງທັງໝົດ.
# ຂ່າວ – ພາບ : ຂັນທະວີ