ທ່ານນາຍົກລັດຖະມົນຕີ ໄດ້ຮັບປະລິນຍາດຸສະດີບັນດິດກິຕິມະສັກ ສາຂາວິຊາລັດຖະສາດ

    ໃນໂອກາດເດີນທາງໄປຢ້ຽມຢາມລາຊະອານາຈັກໄທຢ່າງເປັນທາງການ ວັນທີ 1-2 ມິຖຸນາ 2022 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮັບປະລິນຍາ ດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດ ຈາກມະຫາວິທະຍາໄລແມ່ໂຈ້ ລາຊະອານາຈັກໄທ ໃນວັນທີ 1 ມິຖຸນາ ເນື່ອງຈາກທ່ານມີຜົນງານດີເດັ່ນໃນການບໍລິຫານ ການພັດທະນາປະເທດຊາດໃນໄລຍະຜ່ານມາ ເຊິ່ງມອບໂດຍທ່ານ ວິລະພົນ ທອງມາ ອະທິການບໍດີມະຫາວິທະຍາໄລແມ່ໂຈ້ ລາຊະອານາຈັກໄທ. 

    ທ່ານ ພັນຄໍາ ວິພາວັນ ກໍໄດ້ຂຶ້ນກ່າວຄໍາຂອບໃຈທີ່ມະຫາວິທະຍາໄລແມ່ໂຈ້ ມອບປະລິນຍາ ດຸສະດີບັນດິດ ກິຕິມະສັກ ສາຂາວິຊາລັດຖະສາດ ເຊິ່ງປະລິນຍາດັ່ງກ່າວແມ່ນມີຄວາມໝາຍມິດໄມຕີສໍາຄັນຢ່າງຍິ່ງ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີງາມ ລະຫວ່າງສອງປະເທດ ລາວ-ໄທ ຄຳສະດຸດີທີ່ກ່າວເຖິງຂ້າພະເຈົ້າ ແທ້ຈິງແລ້ວແມ່ນຜົນງານລວມໝູ່ຄະນະເພື່ອນຮ່ວມງານທຸກລະດັບຂອງຂ້າພະເຈົ້າ ແລະ ອັນສຳຄັນຍິ່ງ ແມ່ນການສະໜັບສະໜູນຂອງປະຊາຊົນ. 

    ມະຫາວິທະຍາ ໄລແມ່ໂຈ້ ເປັນມະຫາວິທະຍາໄລທີ່ເກົ່າແກ່ ມີຊື່ສຽງ ແລະ ມີປະຫວັດຄວາມເປັນມາອັນຍາວນານແຫ່ງໜຶ່ງຂອງໄທ ເຊິ່ງເປັນສະຖາບັນການສຶກສາກໍ່ສ້າງບຸຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ມີວິໄສທັດອັນກວ້າງໄກຫຼາຍຮຸ່ນຄົນມາແລ້ວ ນອກຈາກນີ້ ມະຫາວິທະຍາໄລແມ່ໂຈ້ ຍັງມີການຮ່ວມມືທາງດ້ານວິຊາການ ໂດຍສະເພາະ ການແລກປ່ຽນການຮຽນການສອນ ແລະ ການສະໜັບສະໜູນການພັດທະນາບຸຄະລາກອນ ກັບມະຫາວິທະຍາໄລຂອງລາວ ໃນການກໍ່ສ້າງຊັບພະຍາກອນມະນຸດ ແລະ ສະແດງຄວາມຫວັງວ່າ ມະຫາວິທະຍາໄລແມ່ໂຈ້ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມືກັບສະຖາບັນການສຶກສາຂອງ ສປປ ລາວ ເພື່ອຊ່ວຍຍົກສູງຄຸນນະພາບຂອງການຮຽນການສອນ ແລະ ການຄົ້ນຄວ້າວິໄຈຕ່າງໆໃຫ້ໄດ້ຕາມມາດຕະຖານຂອງສາກົນເທື່ອລະກ້າວ.

error: Content is protected !!