ປູກຕົ້ນໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ

    ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບສະມາຄົມນັກຂ່າວແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານຫວຽດຕິນລາວ ຈໍາກັດ ແລະ ທະນາຄານຊາຄອມແບັງລາວ ໄດ້ພ້ອມກັນປູກຕົ້ນໄມ້ຢູ່ສວນຂອງທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຕັ້ງຢູ່ບ້ານໂຄກແຮ່ ເມືອງສັງທອງ ນະຄອນຫຼວງວຽງຈັນ ວັນທີ 1 ມິຖຸນາ 2022 ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທ່ານ ສະຫວັນຄອນ ຣາຊມຸນຕຣີ ອະດີດຮອງລັດຖະມົນຕີ ຖວທ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ຟ້າມ ກວາງ ຟູ ອໍານວຍການໃຫຍ່ທະນາຄານຊາຄອມແບັງລາວ ແລະ ທ່ານ ຟາມ ຫວຽດ ແອງ ຮອງຜູ້ອໍານວຍການທະນາຄານຫວຽດຕິນລາວ ຈໍາກັດ ພ້ອມດ້ວຍພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ທ່ານ ດາວວອນ ພະຈັນທະວົງ ໃຫ້ສໍາພາດວ່າ: ການສ້າງຂະບວນການປູກຕົ້ນໄມ້ຄັ້ງນີ້ ກໍຄ້າຍຄືທຸກໆປີທີ່ຜ່ານມາ ເພື່ອສ້າງສວນແຫ່ງນີ້ໃຫ້ເປັນສວນອຸທະຍານ ເປັນສະຖານທີ່ທ່ອງທ່ຽວ ແລະ ພັກຜ່ອນຂອງຊາວ ນະຄອນຫຼວງວຽງຈັນໃນອະນາຄົດ ພ້ອມນັ້ນ ຍັງເປັນການປູກຈິດສໍານຶກໃຫ້ແກ່ພະນັກງານ ພ້ອມກັນປູກຕົ້ນໄມ້ເພີ່ມເນື້ອທີ່ສີຂຽວຂອງ ສປປ ລາວ ໃນ 5 ປີຕໍ່ໜ້າໃຫ້ໄດ້ 70% ໂດຍລວມ ສວນເນື້ອທີ່ທັງໝົດ 200.000 ຕາແມັດ ປະກອບມີຕົ້ນຢາງພາລາ 4.000 ຕົ້ນ ຕົ້ນໄມ້ຕິ້ວ 70.000 ຕົ້ນ ໄມ້ຂະຍູງ ແລະ ໄມ້ດູ່ 1.500 ຕົ້ນ ແລະ ໄມ້ຍາງ 600 ຕົ້ນ ສະເພາະປູກຄັ້ງນີ້ ເນື້ອທີ່ 3 ເຮັກຕາ ປະກອບມີ ໄມ້ຕິ້ວ 3.000 ຕົນ ຕົ້ນໄມ້ຍາງ 200 ຕົ້ນ ແລະ ໄມ້ດູ່ 200 ຕົ້ນ ນອກນັ້ນ ພາຍໃນກິດຈະກໍາຍັງໄດ້ຮັບການສະໜັບສະໜູນຈາກທະນາຄານຊາຄອມແບງລາວ 10 ລ້ານກີບ ທະນາຄານຫວຽດຕິນລາວ ຈໍາກັດ 2 ລ້ານກີບ ແລະ ໄດ້ຮັບການສະໜັບສະໜູນຝຸ່ນຊີວະພາບຈາກທ່ານ ນາງ ຫງວຽນ ທິ ຈູ ຈາງ ຮອງປະທານ TT global stock company BIO fertilizer A+ CO.,LTD ຕື່ມອີກ.

error: Content is protected !!