ມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຫຼາຍກວ່າ 300 ຄົນ ຮ່ວມກັນປັ່ນລົດຖີບ ໃນໂຄງການສົ່ງເສີມເພື່ອສຸຂະພາບ ກັບຄອບຄົວບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຂະບວນການສະເຫຼີມສະ ຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມິຖຸນາ) ທັງເປັນການສົ່ງເສີມການທ່ອງທ່ຽວເຂດພື້ນທີ່ສີຂຽວ ຢູ່ ສປປ ລາວ ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ຢ່າງເປັນຂະບວນການຟົດຟຶ້ນ.
ກິດຈະກຳດັ່ງກ່າວ ຈັດຂຶ້ນວັນທີ 28 ພຶດສະພາ ຜ່ານມາ ໂດຍສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບບໍລິສັດ ເບຍລາວ ຈຳກັດ ໂດຍມີທ່ານ ມິກເກວ ໂອລີມານ ຜູ້ອຳນວຍການຝ່າຍຂາຍບໍລິ ສັດ ເບຍລາວ ຈຳກັດ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານຫານລາວ ພ້ອມດ້ວຍຄະນະ ສະມາຊິກ ແລະ ນັກກີລາລົດຖີບສະໝັກຫຼິ້ນ ເຂົ້າຮ່ວມ.
ທ່ານ ມິກເກວ ໂອລີມານ ກ່າວວ່າ: ມື້ນີ້ ຖືເປັນຄັ້ງປະຫວັດສາດກໍວ່າໄດ້ ເພາະໄດ້ເຫັນທຸກຄົນທີ່ມາຈາກຫຼາຍພາກສ່ວນມາເຕົ້າໂຮມກັນຫຼາຍທີ່ສຸດ ເຊິ່ງຕ້ອງຂໍສະແດງຄວາມຂອບໃຈທຸກຄົນທີ່ໃຫ້ການຮ່ວມມື ແລະ ພ້ອມກັນຕື່ນແຕ່ເຊົ້າມາອອກກຳລັງກາຍ ໂດຍສະເພາະຄອບຄົວເບຍລາວ ແລະ ສະມາຊິກສະມາ ຄົມນັກທຸລະກິດຮ້ານອາຫານລາວ ພ້ອມດ້ວຍໝູ່ເພື່ອນ ກິດຈະກຳຄັ້ງນີ້ເປັນໜຶ່ງນະໂຍບາຍຂອງບໍລິສັດ ເບຍລາວ ທີ່ເນັ້ນສົ່ງເສີມການອອກກຳລັງກາຍໃຫ້ປະຊາຊົນລາວ ມີສຸຂະພາບເຂັ້ມແຂງ ແລະ ພວກເຮົາດີ ໃຈຫຼາຍທີ່ໄດ້ມີສ່ວນຮ່ວມ ຂໍອວຍພອນໃຫ້ທຸກຄົນຈົ່ງມີຄວາມສຸກກັບການອອກກຳລັງກາຍ ແລະ ໄປຮອດຈຸດເປົ້າໝາຍທີ່ກຳນົດໄວ້ຢ່າງປອດໄພ. ຂະບວນປັ່ນລົດຖີບຄັ້ງນີ້ ເລີ່ມຕົ້ນແຕ່ຕໍ່ໜ້າບໍລິສັດ ເບຍລາວ ຈຳກັດ ບ້ານສາລະຄຳ ມຸ້ງໜ້າໄປທາງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລ້ວລ້ຽວເຂົ້າເສັ້ນທາງ 450 ປີ ແລ້ວໄປສິ້ນສຸດຢູ່ສວນສາທາລະນະເຂດເສດຖະກິດພິເສດບຶງທາດຫຼວງ ໄລຍະທາງປະມານ 30 ກິໂລແມັດ.