ວັນທີ 29 ພຶດສະພາ 2022 ວັດໃໝ່ໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳຕົບພະທາດຊາຍ ແລະ ປູກຕົ້ນໄມ້ ເພື່ອສ້າງພື້ນທີ່ວັດໃຫ້ເປັນສີຂຽວ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ມີພະເຖລານຸເຖລະພາຍໃນວັດ ອອກຕົນຍາດໂຍມພາຍໃນບ້ານໂຊກຄຳ ບ້ານອ້ອມຂ້າງ ແລະ ເຈົ້າສັດທາຕົ້ນໄມ້ທີ່ມາຈາກຫຼາຍບ້ານພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມ.
ພະອາຈານ ດາວສະເດັດ ເລີດມະນີ ເຈົ້າອະທິການວັດວັດໃໝ່ໂຊກຄໍາ ໄດ້ກ່າວວ່າ: ວັດໃໝ່ໂຊກຄໍາ ເປັນວັດຕັ້ງໃໝ່ ແລະ ເປັນວັດແຫ່ງທີສອງຂອງບ້ານໂຊກຄຳ ຕະຫຼອດໄລຍະເກືອບ 10 ປີ ດ້ວຍກຳລັງແຮງຂອງເຈົ້າສັດທາທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ປະກອບສ່ວນວັດຖຸປັດໄຈເຫຼື້ອມໃສທາງພຸດທະສາສະໜາ ແລະ ຄວາມເອົາໃຈໃສ່ຂອງເຈົ້າອະທິການວັດ ພ້ອມດ້ວຍຄູບາອາຈານ ອັນໄດ້ເຮັດໃຫ້ວັດແຫ່ງນີ້ໄດ້ຮັບການພັດທະນາໄປໄວສົມຄວນ ສໍາລັບການຈັດກິດກະກຳຕົບພະທາດຊາຍ ແລະ ປູກຕົ້ນໄມ້ຢູ່ພາຍໃນເດີ່ນວັດ ໄດ້ຈັດຂຶ້ນທຸກປີ ເນື່ອງໃນໂອກາດວັນສຳຄັນ ເປັນຕົ້ນ ວັນບຸນປີໃໝ່ລາວ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເພື່ອສ້າງເດີ່ນວັດແຫ່ງນີ້ເປັນພື້ນທີ່ສີຂຽວ ທັງເປັນການປະຕິບັດຮີດສິບສອງຄອງສິບສີ່ ແລະ ນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນ ໂດຍສະເພາະ ສ ສີຂຽວ ຜ່ານການຈັດກິດຈະກຳປູກຕົ້ນໄມ້ມາຫຼາຍປີ ໄດ້ເຮັດໃຫ້ມາຮອດປັດຈຸບັນ ພາຍໃນເດີ່ນວັດ ມີຕົ້ນໄມ້ທີ່ປູກໄປແລ້ວໄດ້ເຕີບໃຫຍ່ ຮົ່ມເຢັນ ປະມານ 300 ຕົ້ນ ນອກນີ້ ວັດຍັງມີໂຄງການຊ່ວຍເຫຼືອປູກໄມ້ຢູ່ເດີ່ນໂຮງຮຽນປະຖົມ ແລະ ມັດທະຍົມພາຍໃນເມືອງໄຊເສດຖາແຕ່ລະແຫ່ງຕື່ມອີກ ໂດຍສະເພາະໂຮງຮຽນພາກລັດ ເຊິ່ງໂຄງການນີ້ ທາງວັດໃໝ່ໂຊກຄຳຈະໄດ້ຈັດໄປເລື້ອຍໆໃນແຕ່ລະປີ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທັງນີ້ເພື່ອສ້າງໂຮງຮຽນໃຫ້ເປັນໂຮງຮຽນສີຂຽວ ແລະ ມີສິ່ງແວດລ້ອມທີ່ດີ ທັງເປັນການປູກຈິດສຳນຶກໃຫ້ນັກຮຽນທີ່ເປັນເຍົາວະຊົນ ແລະ ຊາວໜຸ່ມໄດ້ຮັກທຳມະຊາດຕົ້ນໄມ້..
# ຂ່າວ – ພາບ : ຂັນທະວີ