ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຕິດພັນກັບວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມສາກົນ 5 ມິຖຸນາ ປະຈຳປີ 2022 ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາ 2022 ທີ່ຖະໜົນໜອງບົວທອງ-ໜອງບຶກ ເມືອງສີໂຄດຕະບອງ ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄຕບ.ນວ) ບັນດາທ່ານເຈົ້າເມືອງ ຫົວໜ້າພະແນກການ ອົງການຈັດຕັ້ງມະຫາ ຊົນຂັ້ນເມືອງ ແລະ ການນຳບ້ານ ຕະຫຼອດຮອດພະນັກງານ-ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ປ່າໄມ້ແມ່ນຊັບພະຍາກອນທີ່ໃຫ້ຄວາມສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໂດຍທາງກົງ ແລະ ທາງອ້ອມຕໍ່ການປົກປັກຮັກສາດິນແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ ແລະ ມີຄວາມຍືນຍົງຕໍ່ການປ້ອງກັນການປ່ຽນແປງດິນຟ້າອາກາດ ເຊິ່ງມະນຸດເຮົາບໍ່ສາມາດເຮັດແທນໄດ້ ຕະຫຼອດ 40 ປີຜ່ານມາ ພັກ-ລັດຖະບານແຫ່ງ ສປປ ລາວ ຍາມໃດກໍມີຄວາມເປັນຫ່ວງເປັນໄຍຕໍ່ວຽກງານປ່າໄມ້ ໂດຍສະເພາະໃນໄລຍະຫຼັງມານີ້ ນະຄອນຫຼວງວຽງຈັນກໍໄດ້ມີການກຳນົດທິດທາງນະໂຍບາຍ ສ້າງນິຕິກໍລຸ່ມກົດໝາຍ ອອກມະຕິຄຳສັ່ງ ແລະ ລະບຽບການອື່ນໆທີ່ກ່ຽວກັບ ສ.ສີຂຽວ ໃນຕົວເມືອງນະຄອນຫຼວງວຽງຈັນ ເພື່ອບູລະນະຟື້ນຟູ ແລະ ປູກຕົ້ນໄມ້ພືດສີຂຽວໃຫ້ມີຄວາມອຸດົມສົມ ບູນ ແນໃສ່ເຮັດໃຫ້ສິ່ງແວດລ້ອມທຳມະຊາດມີຄວາມອຸດົມສົມບູນ ອາກາດມີຄຸນນະພາບດີ ຮົ່ມເຢັນ ແລະ ສົດຊື່ນ ສົ່ງເສີມການດຳລົງຊີວິດຂອງຊາວນະຄອນຫຼວງວຽງຈັນໃຫ້ມີຊີວິດທີ່ດີ ສຸຂະພາບດີຂຶ້ນ ສ້າງນະຄອນຫຼວງວຽງຈັນໃຫ້ກາຍເປັນເມືອງສີຂຽວທີ່ໜ້າຢູ່ ມີພູມທັດ ແລະ ທັດສະນິຍະພາບທີ່ຈົບງາມ ແລະ ເປັນນະຄອນຫຼວງທີ່ທັນສະໄໝ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນໄປຕາມທິດສີຂຽວ ແລະ ຍືນຍົງ.
ການກໍານົດເປົ້າໝາຍຂອງການສ້າງນະຄອນຫຼວງວຽຈັນສີຂຽວ ແມ່ນການສ້າງບັນດາໂຄງລ່າງພື້ນຖານ ທີ່ຢູ່ໃນຂອບເຂດເທດສະບານ ແລະ ຊານເມືອງຂອງນະຄອນຫຼວງວຽງຈັນ ເພື່ອໃຫ້ເປັນພື້ນທີ່ສີຂຽວຕາມເປົ້າໝາຍດັ່ງນີ້: ເສັ້ນທາງ ສາທາລະນະສະຖານ ທີ່ຢູ່ອາໄສ ສວນສາທາລະນະ ໂຮງຈັກ ໂຮງງານ ສວນປູກຕົ້ນໄມ້ ແລະ ປ່າທຳມະຊາດ ສະນັ້ນ ການປູກຕົ້ນໄມ້ໃນຄັ້ງນີ້ ອົງການປົກຄອງນະຄອນຫຼວງວຽງຈັນແມ່ນຖືເອົາການປູກຕົ້ນໄມ້ຢູ່ຖະໜົນໜອງບົວທອງ-ໜອງບຶກ ເປັນຖະໜົນຕົວແບບ ແລະ ໃຫ້ຄວາມສຳຄັນໃນການຄຸ້ມຄອງບູລະນະຮັກສາ ເພື່ອໃຫ້ຕົ້ນໄມ້ມີການເຕີບໂຕ ຢືນຍາວ ໄປຄຽງຄູ່ກັບການພັດທະນາຕົວເມືອງ ໂດຍພວກເຮົາຈະເນັ້ນໃສ່ໃນການເຮັດສັນຍາກັບຜູ້ທີ່ຢູ່ອາໄສ ຜູ້ປະກອບທຸລະກິດ ແລະ ສຳນັກງານອົງການທີ່ຢູ່ໃກ້ຄຽງກັບຕົ້ນໄມ້ ທີ່ພວກເຮົາໄດ້ປູກຢູ່ໃນເຂດສະຫງວນຂອງທາງ ແລະ ພ້ອມທັງຂຶ້ນທະບຽນເປັນຊັບສິນຂອງນະຄອນ ຫຼວງວຽງຈັນ ແລະ ຮັບປະກັນບໍ່ໃຫ້ຕົ້ນໄມ້ຖືກທຳລາຍຈາກບຸກຄົນ ແລະ ນິຕິບຸກຄົນຢ່າງເດັດຂາດ.
ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາພະແນກການ ເມືອງ ແລະ ອົງການຈັດຕັ້ງບ້ານ ຈົ່ງນຳເອົາບົດຮຽນນີ້ໄປຈັດຕັ້ງຜັນຂະຫຍາຍຢູ່ໃນບັນດາພື້ນທີ່ຂອງຕົນໃຫ້ເກີດເປັນຮູບປະທຳ ແລະ ເປັນຂະບວນຟົດຟື້ນ ສຳລັບຕົ້ນໄມ້ ທີ່ນຳມາປູກທົດລອງຢູ່ຖະໜົນໜອງບົວທອງ-ໜອງບຶກຄັ້ງນີ້ ແມ່ນໄມ້ດູ່ແດງຈຳນວນ 300 ຕົ້ນ.
ໃນຕອນທ້າຍຂອງພິທີ ຫ້ອງການ ຄຕບ.ນວ ພະແນກ ຍທຂ.ນວ ເມືອງສີໂຄດຕະບອງ ແລະ ອຳນາດ ການປົກຄອງບ້ານດົງນາໂຊກ ໄດ້ເຮັດສັນຍາກັບບຸກຄົນ ນິຕິບຸກຄົນ ທີ່ອາໄສຢູ່ສອງຝາກຖະໜົນ ໜອງບົວ ທອງ-ໜອງບຶກ ເພື່ອເປັນການຄຸ້ມຄອງຂຶ້ນທະບຽນຕົ້ນໄມ້ປູກ.
# ຂ່າວ – ພາບ: ຊີລິການດາ