ຄງການຕອບໂຕ້ການລະບາດພະຍາດໂຄວິດ-19 ປະກອບສ່ວນຊ່ວຍເຫຼືອປະຊາຊົນ

   ພິທີສະຫຼຸບໂຄງການຕອບໂຕ້ການລະບາດພະຍາດໂຄວິດ-19 ຈັດຂຶ້ນວັັັນທີ 31 ພຶດສະພາ 2022 ຜ່ານມາ ທີ່ສະຖາບັນເລືອດແຫ່ງຊາດ ມີທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວິດປະຈຳລາວ ພ້ອມດ້ວຍພະນັກງານຮັບຜິດຊອບຈາກສູນກາງແລະແຂວງເຂົ້າຮ່ວມ.

    ໃນພິທີ ທ່ານ ດຣ ນາງ ສຸລານີ ຈັນສີ ຮອງຫົວໜ້າກອງສົ່ງເສີມສຸຂະພາບຊຸມຊົນ ອົງການກາແດງແຫ່ງຊາດລາວ ທັງເປັນຫົວໜ້າໂຄງການ ໄດ້ຂຶ້ນລາຍງານທົບທວນຕີລາຄືນຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ໃນການຊ່ວຍເຫຼືອປະຊາຊົນຜູ້ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ຈັດຕັ້ງໃນ 8 ແຂວງໃນໄລຍະ 8 ເດືອນຜ່ານມາ ປະກອບມີ: ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ບໍ່ແກ້ວ ຄຳມ່ວນ ສະຫວັນນະເຂດ ຈຳປາສັກ ສາລະວັນ ແລະ ແຂວງເຊກອງ ເຊິ່ງມີຈຸດປະສົງເພື່ອໃຫ້ອົງການກາແດງຈັດຕັ້ງປະຕິບັດວຽກງານຕອບໂຕ້ການແຜ່ລະບາດພະຍາດໂຄວິດ-19 ຢູ່ 8ແຂວງເປົ້າໝາຍ ເພື່ອຫຼຸດຜ່ອນການເຈັບເປັນ ການເສຍຊີວິດ ແລະ ຜົນກະທົບທາງສັງຄົມຂອງການລະບາດພະຍາດໂຄວິດ-19 ເພື່ອຮັບປະກັນການເປັນຄູ່ຮ່ວມມື ແລະ ການຮ່ວມມືຢ່າງມີປະສິດທິພາບ ລະຫວ່າງຄູ່ຮ່ວມມືໃນໂຄງການກຳນົດພາລະບົດບາດຢ່າງຈະແຈ້ງ ແລະ ຄວາມຮັບຜິດຊອບຂອງຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ ຕິດຕາມ ລາຍງານ ຄຸ້ມຄອງການເງິນ ກວດສອບ ແລະ ປະເມີນຜົນ ໂຄງການທີ່ໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳ ການເຝິກອົບຮົມ ການໂຄສະນາໃຫ້ຄວາມຮູ້ກຽ່ວກັບການປ້ອງກັນພະຍາດໂຄວິດ-19 ປູກຈິດສຳນຶກກ່ຽວກັບການປ້ອງກັນພະຍາດໂຄວິດ-19 ໃນຊຸມຊົນ ຂ້າເຊື້ອພະຍາດຢູ່ເຮືອນຜູ້ຕິດເຊື້ອ ສະຖານທີ່ທີ່ມີຄວາມສຽ່ງໃນການຕິດເຊື້ອ ແລະ ສູນແຍກປ່ຽວ ການຊ່ວຍແພດ ໃນສະຖານທີ່ກວດເກັບຕົວຢ່າງເຊື້ອໂຄວິດ-19 ນຳສົ່ງບຸກຄົນທີ່ມີຄວາມສ່ຽງ ຫຼື ຕິດເຊື້ອໂຄວິດ-19 ສະໜອງເຄື່ອງບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໂຄວິດ-19ໃນຊຸມຊົນ ສະໜອງອຸປະກອນສື່ສານ (ໄອທີ) ອຸປະກອນສື່ສານ (ໂຄສະນາ) ແລະ ເຄື່ອງປ້ອງກັນໂຄວິດ-19 ແລະ ຕິດຕາມຊຸກຍູ້ວຽກງານໂຄງການ ໂຄງການດັ່ງກ່າວສາມາດມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 415.565 ຄົນ ຍິງ 143.224 ຄົນ ງົບປະມານທີ່ສະໜອງເຂົ້າໃນໂຄງການທັງໝົດ 717 ລ້ານກວ່າກີບ ສ່ວນໂຄງການສະໜັບສະໜູນສູນຈຳກັດບໍລິເວນ ແມ່ນໄດ້ຈັດຕັ້ງຢູ່ 6 ແຂວງ ລວມ 62 ສູນ ເລີ່ມຈັດຕັ້ງປະຕິບັດໃນເດືອນກັນຍາ-ເດືອນທັນວາ 2021 ໄດ້ສະໜັບສະໜູນອາຫານ 376.842 ກ່ອງ ນ້ຳດື່ມ 49.239ຕຸກ ແລະ ເຄື່ອງໃຊ້ພື້ນຖານ 10.280 ຊຸດ ໃຫ້ແກ່ສູນຈຳກັດບໍລິເວນ ແລະ ໂຮງໝໍພາກສະໜາມ ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 10.092 ຄົນ ຍິງ 5.136 ຄົນ ນຳໃຊ້ງົບປະມານ 4,9ຕື້ກວ່າກີບ.

      ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດເຊິ່ງເປັນການປະກອບໃນການຊ່ວຍເຫຼືອປະຊາຊົນອັນໃຫຍ່ຫຼວງທີ່ໄດ້ພ້ອມກັນຕ້ານກັບພະຍາດໂຄວິດ- 19 ທີ່ໄດ້ຂ້າມະນຸດຈຳນວນຫຼວງຫຼາຍ  ໂດຍຮ່ວມກັບພາກສ່ວນທີ່ຂ້ອງ   ໃນການຈັດຕັ້ງປະຕິບັດຈົນສຳເລັດເຮັດໃຫ້ພະຍາດດັ່ງກ່າວຫຼຸດໜ້ອຍຖອຍລົງເປັນກ້າວໆ ຍ້ອນຄວາມເອົາໃຈໃສ່ ແລະ ບວກກັບກຳລັງແຮງອາສາສະໝັກ ແລະ ພາກສ່ວນຕ່າງໆ ໃຫ້ການສະໜັບສະໜູນປະກອບສ່ວນຊ່ວຍເຫຼືອຜູ້ໄດ້ຜົນທົບຈາການແຜ່ລະບາດພະຍາດໂຄວິດ-19 ໄດ້ປະສົບຜົນສຳເລັດຂອງວຽກງານກາແດງ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!