ພິທິເຊັນສັນຍາລະຫວ່າງອົງການປົກຄອງແຂວງໄຊສົມບູນ ກັບບໍລິສັດຮັບເໝົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ 2 ໂຄງການກໍ່ສ້າງເສັ້ນທາງປູຍາງ 2 ຊັ້ນ ຢູ່ແຂວງໄຊສົມບູນ ຄືໂຄງການກໍ່ສ້າງຍົກລະດັບເສັ້ນ ທາງປູຢາງ 2 ຊັ້ນ ທາງຫຼວງແຫ່ງຊາດ ເລກ 5B ແຕ່ສາມແຍກຂົວນ້ຳຍອນ ຫາບ້ານນາໄຊສະຫວ່າງ (ເຂດແດນແຂວງວຽງຈັນ) ເມືອງລ້ອງແຈ້ງ ແລະ ໂຄງການກໍ່ສ້າງເສັ້ນປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາບ້ານທົ່ງຮັກ ແລະ ສາມແຍກພູຄຳ ເມືອງອະນຸວົງ ຈັດຂຶ້ນໃນທ້າຍເດືອນພຶດສະພາຜ່ານມາ ທີ່ແຂວງໄຊສົມບູນ ມີທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງ ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຫົວໜ້າພະແນກການຕາງໜ້າກະຊວງແຜນການ ແລະ ການລົງທຶນ ອຳນວຍການທ້ອງຖິ່ນ ບໍລິສັດທີ່ປຶກສາບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມພັນ ລີເຕັ້ງເບຼ່ຍຈື້ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານກ່ຽວກັບຂໍ້ມູນພື້ນຖານຂອງ 2 ໂຄງການດັ່ງກ່າວ ເຊິ່ງໂຄງການກໍ່ສ້າງຍົກລະດັບເສັ້ນທາງປູຢາງ 2 ຊັ້ນ ທາງຫຼວງແຫ່ງຊາດ ເລກ 5B ແຕ່ສາມແຍກຂົວນ້ຳຍອນ ຫາ ບ້ານນາໄຊສະຫວ່າງ (ເຂດແດນແຂວງວຽງຈັນ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ມີຄວາມຍາວ 66,18 ກິໂລແມັດ ກວ້າງ 7 ແມັດ ມີມູນຄ່າ 392.914.716.963 ກີບ ກຳນົດໄລຍະເວລາການກໍ່ສ້າງ 36 ເດືອນ ມີ 4 ບໍລິສັດຮັບເໝົາກໍ່ສ້າງ ແລະ 1 ບໍລິສັດທີ່ປຶກສາຄື: ໄລຍະທີ 1 ເລີ່ມແຕ່ກິໂລແມັດ 0 ຫາກິໂລແມັດທີ 14+125 ແລະ ໄລຍະທີ 2 ແຕ່ກິໂລແມັດທີ 14+125 ຫາກິໂລແມັດທີ 22+500 ແມ່ນບໍລິສັດສີສະເກດກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວໄລຍະທີ 3 ແຕ່ກິໂລແມັດທີ 22+500 ຫາກິໂລແມັດທີ 39 ແມ່ນບໍລິສັດບຸຜາພັດທະນາກໍ່ສ້າງເຄຫາສະຖານຂົວທາງ ແລະ ສຳຫຼວດອອກແບບ ຈຳກັດຜູ້ດຽວ ໄລຍະທີ 4 ແຕ່ກິໂລແມັດທີ 39 ຫາກິໂລແມັດທີ 53 ແມ່ນບໍລິສັດທະວີໄຊກໍ່ສ້າງ ຈຳກັດຜູ້ດຽວ ໄລຍະທີ 5 ແຕ່ກິໂລແມັດທີ 53 ຫາກິໂລແມັດ 66+175 ແມ່ນບໍລິສັດເອທີໂອໂຕກໍ່ສ້າງຈຳກັດຜູ້ດຽວ ແລະ ບໍລິສັດລາວເອອີຊີຄອນຊາວຕິງຈຳກັດ ເປັນທີ່ປຶກສາ.

ສ່ວນໂຄງການກໍ່ສ້າງເສັ້ນປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນຫາບ້ານທົ່ງຮັກ ແລະ ສາມແຍກພູຄຳ ເມືອງອະນຸວົງ ມີຄວາມຍາວ 17.565 ກິໂລແມັດ ກວ້າງ 6 ແມັດ ມູນຄ່າ 80.309.967.918 ກີບ ກຳນົດໄລຍະເວລາກໍ່ສ້າງ 24 ເດືອນ ໂດຍແມ່ນບໍລິສັດພີເອັດກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດພີແສສ ຈຳກັດຜູ້ດຽວ ເປັນທີ່ປຶກສາ.

# ຂ່າວ & ພາບ: ຊີລິການດາ