ການ​ນຳ​ຂັ້ນ​ສູງ ສ​ປ​ປ ລາວ ຕ້ອນຮັບຫົວ​ໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ

    ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ນຳໂດຍສະຫາຍ ນາງ ເຈື່ອງ ທິ ມາຍ ກຳມະການກົມການເມືອງສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມ​ຄຳນັບ ເມື່ອວັນທີ 31 ພຶດສະພາ 2022 ທີ່ຫ້ອງຮັບແຂກຫ້ອງວ່າການສູນກາງພັກ ເນື່ອງໃນໂອກາດທີ່ຄະ​ນະ​ຜູ​ແທນ​ດັ່ງ​ກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະມາເຮັດວຽກຮ່ວມກັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ.

    ໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ ປະ​ທານ​ປະ​ເທດແຫ່ງ ສ​ປ​ປ ລາວ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍນາງ ເຈື່ອງ ທິ ມາຍ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະມາຮ່ວມເຮັດວຽກກັບຄະນະຈັດຕັ້ງສູນກາງພັກປະຊາຊົ ປະຕິວັດລາວ ເຊິ່ງເປັນນິມິດໝາຍສຳຄັນໃນການປະກອບສ່ວນເສີມຂະ​ຫຍາຍສາຍພົວພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະຫວ່າງສອງ​ພັກ-ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ກໍຄືສອງຄະນະຈັດຕັ້ງສູນກາງພັກ ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

    ການ​ຢ້ຽມ​ຢາມ ສ​ປ​ປ ລາວ ​ຄັ້ງ​ນີ້ ​​ຍັງເປັນ​ກິດ​ຈະ​ກຳ​ໜຶ່ງ​ເພື່ອ​ສະ​ເຫຼີມ​ສະຫຼອງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ຫວຽດ​ນາມ-ລາວ 2022 ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດຄົບ​ຮອບ 60 ປີ ແລະ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືລະ​ຫວ່າງລາວ-ຫວຽດ​ນາມ ແລະ ຫວຽດ​ນາມ-ລາວ ຄົບ​ຮອບ 45 ປີ ​ໃຫ້​ມີ​ເນື້ອ​ໃນ ແລະ ຂະ​ບວນ​ການ​ຟົດ​ຟື້ນ ພ້ອມອອຍພອນໃຫ້ສະຫາຍ ນາງ ເຈື່ອງ ທິ ມາຍ ພ້ອມຄະນະຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

    ສະຫາຍ ນາງ ເຈື່ອງ ທິ ມາຍ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍເລຂາທິການໃຫຍ່ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະຜົນການເຮັດວຽກຮ່ວມກັບຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັລາວ ໃຫ້ສະຫາຍເລຂາທິການໃຫຍ່ໄດ້ຮັບຊາບອີກດ້ວຍ.

    ໃນວັນດຽວກັນນີ້ ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ ໄດ້ເຂົ້າຢ້ຽມຄຳ​ນັບສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ໄດ້ເຂົ້າຢ້ຽມຄຳນັບສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ອີກດ້ວຍ.

# ຂ່າວ – ພາບ :  ບຸນມີ

error: Content is protected !!