ສະຫາຍເລຂາທິການໃຫຍ່ ຮ່ວມປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ

    ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1 ມິຖຸນາ 1980 – 1 ມິຖຸນາ 2022) ແລະ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ (ວັນທີ 1 ມິຖຸນາ 1924-1 ມິຖຸນາ 2022) ຫ້ອງວ່າການສູນກາງພັກ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຂຶ້ນໃນວັນທີ 1 ມິຖຸນາ ທີ່ຫ້ອງວ່າການສູນກາງພັກ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມພັນລະຍາ ແລະ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ຄະນະນໍາຫ້ອງວ່າການສູນກາງພັກຕາງໜ້າຄະນະນຳຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍພະນັກງານທົ່ວຫ້ອງວ່າການສູນກາງພັກ ແລະ ນ້ອງນ້ອຍຊາວໜຸ່ມເຍົາວະຊົນ ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

    ໃນໂອກາດສໍາຄັນນີ້ ຫຼານນ້ອຍ ໄດ້ມີໂອກາດຜູກແພແດງເຍົາວະຊົນທັນວາໃຫ້ການນໍາ ແລະ ອ່ານກາບກອນ “ຄວາມປາຖະໜາຕໍ່ກັບເຍົາວະຊົນລາວຍຸກໃໝ່” ເພື່ອສະແດງຄວາມເຄົາລົບຮັກ ແລະ ຈົດຈໍາຄໍາສັ່ງສອນຂອງຜູ້ນໍາເຮົາ ພ້ອມນີ້ ກໍເພື່ອເປັນການປຸກລະດົມໃຫ້ທົ່ວສັງຄົມເຫັນໄດ້ຄວາມສໍາຄັນ ແລະ ຍົກສູງໃນວຽກງານປົກປ້ອງສິດທິເດັກ ກໍຄືວຽກງານແມ່ ແລະ ເດັກ ເອົາໃຈໃສ່ລ້ຽງດູເບິ່ງແຍງໃຫ້ເຂົາເຈົ້າໄດ້ເຕີບໂຕ ແລະ ເຕີບໃຫຍ່ຕາມໄວຈະເລີນພັນ ມີໂອກາດໄດ້ເຂົ້າເຖິງລະບົບຮັກສາສຸຂະພາບ ແລະ ລະບົບການສຶກສາຢ່າງທົ່ວເຖິງ ທັງເປັນການປູກຈິດສຳນຶກໃຫ້ແກ່ເດັກນ້ອຍມີສ່ວນຮ່ວມແຕ່ເຍົາໄວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຄວາມຕື່ນຕົວພ້ອມກັນປູກຕົ້ນໄມ້ໃຫ້ຫຼາຍ ໃຫ້ເປັນຂະບວນຟົດຟື້ນ ພ້ອມທັງເອົາໃຈໃສ່ປົກປັກຮັກສາປ່າໄມ້ ກໍຄືຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບູນ ເພາະເດັກນ້ອຍໃນວັນນີ້ ຈະກາຍເປັນຜູ້ສືບທອດພາລະກິດຂອງຊາດໃນອະນາຄົດ ນອກນັ້ນ 3 ອົງການຈັດຕັ້ງມະຫາຊົນຂອງຫ້ອງວ່າການສູນກາງພັກ ຍັງໄດ້ນໍາພາຫຼານນ້ອຍເຍົາວະຊົນທ່ຽວຊົມອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແບບແຜນດໍາລົງຊີວິດ ແລະ ແບບແຜນເຮັດວຽກຂອງເພິ່ນ ຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນເດັກມີລະບຽບວິໄນ ມີຈິດໃຈບຸກບືນຮໍ່າຮຽນ ມີຄວາມເຄົາລົບພໍ່ແມ່ ຄູ-ອາຈານ ຮັກຜູ້ນໍາ ແລະ ປະເທດຊາດຂອງຕົນ ພ້ອມນີ້ ກໍຍັງໄດ້ເຂົ້າທ່ຽວຊົມຫ້ອງປະຊຸມສູນກາງພັກ ແລະ ເຂົ້າຮ່ວມກິດຈະກໍາສົນທະນາ ຖາມ-ຕອບ ອ່ານຄໍາກອນ ເພື່ອເປັນການສ້າງທັກສະໃນການຮຽນຮູ້ ແລະ ມອບຂອງຂັວນ ເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ເດັກນ້ອຍ.

# ຂ່າວ – ພາບ :   ໄຊບັນດິດ

error: Content is protected !!