ນວ ສະເຫຼີມສະຫຼອງວັນເດັກສາກົນ ສ້າງອະນາຄົດທີ່ດີກວ່າ ເພື່ອເດັກທຸກຄົນ

   ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຕິດພັກັບວັນປູກຕົ້ນໄມ້ແຫ່ງຊາດ ພາຍໃຕ້ຫົວຂໍ້ “ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ” ວັນທີ 1 ມິຖຸນາ 2022 ທີ່ບ້ານໜອງຄຳແສນ ເມືອງຫາດຊາຍຟອງ ນວ ເປັນກຽດເຂົ້ນຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທ່ານ ອາດສະເພັງທອງ ສີພັນດອນ ທ່ານ ອິມ ມູຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຮອງເຈົ້າຄອງ ຮອງປະທານສູນກາງສະຫະພັນແມ່ຍິງລາວ ປະທານ ຮອງສະຫະພັນແມ່ຍິງ ນວ ເຈົ້າເມືອງ ຮອງເຈົ້າເມືອງ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ນັກຮຽນ ອຳນາດການປົກຄອງບ້ານອ້ອມຂ້າງ ແລະ ຂະແໜງ ການກ່ຽວຂ້ອງ.

    ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຄະນະກໍາມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ ນວ) ບາງຕອນວ່າ ຄຊກມດ ນວ ໄດ້ເອົາໃຈໃສ່ຫຼາຍບັນຫາທີ່ຕິດພັນກັບ ຄຊກມດ ເຊັ່ນ ຈະລົງທຶນໃສ່ວຽກກ່ຽວກັບເດັກ ໄວໜຸ່ມ ແລະ ຊາວໜຸ່ມ ໂດຍກຳນົດເປັນວຽກບູລີມະສິດໃນແຜນພັດທະນາເສດຖະກິດ-ສັງຄົມ ນວ ແລະ ເມືອງ ສ້າງຊັບພະຍາກອນມະນຸດໃນປີ 2030 ໂດຍການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນຫຼາຍມິຕິໃນ ນວ ຢ່າງໜ້ອຍໃຫ້ຫຼຸດ 30% ຈາກຜົນຂອງການສໍາຫຼວດດັດຊະນີໝາຍ.

    ໂອກາດນີ້ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ “ເດັກນ້ອຍແມ່ນອະນາຄົດຂອງປະເທດ ຄືກັນກັບເບ້ຍໄມ້ທີ່ພວກເຮົາກໍາລັງປູກໃນມື້ນີ້ ການລົງທຶນໃສ່ປະຊາກອນໜຸ່ມນ້ອຍ ຈະນໍາເອົາຜົນໄດ້ຮັບທີ່ດີມາສູ່ປະເທດຊາດໃນອີກຫຼາຍປີຕໍ່ໜ້າ ເພື່ອເຮັດໃຫ້ປະເທດຊາດມີຄວາມເຂັ້ມແຂງ ບຸຄະລາກອນມີຄວາມຮູ້ ຄວາມສາມາດ ສະນັ້ນຕ້ອງສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ຊາວໜຸ່ມ ໃຫ້ເຂົາເຈົ້າເປັນສະມາຊິກທີ່ດີຂອງສັງຄົມ ກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາປະເທດຊາດ.

    ພາຍໃນງານ ໄດ້ປູກຕົ້ນໄມ້ 62 ຕົ້ນ (ໄມ້ອຸດສາຫະກຳ) ຮັບຊົມບູດວາງສະແດງຈາກໂຮງຮຽນ ມສ ນາຊາຍທອງ ມສ ທົ່ງປົ່ງ ມສ ນາຄາຍ ແລະ ມສ ຈັນສະຫວ່າງ ການຈັດງານຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກອົງການອຸຍນິເຊັບ ອົງການ KOICA ອົງການ ChildFund ແລະ ລັດຖະບານປະເທດອົດສະຕຣາລີ ຜ່ານກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດອົດສະຕຣາລີ.

.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!