ອົງການປົກຄອງເມືອງນາຊາຍທອງ ສົມກັບຫ້ອງການສຶກສາທິການ ແລະ ກີລາເມືອງ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ ປະຈໍາປີ 2022 ຂຶ້ນວັນທີ 31 ພຶດສະພາ 2022 ທີ່ໂຮງຮຽນຟ້າສີຄາມ ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ນາງ ຄໍາຫວັນ ສາລະຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຄະນະການນໍາເມືອງ ຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານ ຄູ-ອາຈານ ນັກຮຽນ ເຍົາວະຊົນເຂົ້າຮ່ວມ.
ທ່ານ ວຽງຄໍາ ສີຫາໂຄດ ກ່າວວ່າ: ການຈັດກິດຈະກໍາຄັ້ງນີ້ ແມ່ນເພື່ອເຮັດໃຫ້ບັນດານ້ອງນ້ອຍອະນູຊົນ ເຍົາວະຊົນ ກໍຄືລູກຫຼານ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນເດັກນ້ອຍສາກົນ 1 ມິຖຸນາ ແລະ ໄດ້ມີໂອກາດພົບປະເຊິ່ງກັນ ແລະ ກັນ ເພື່ອເປັນການປູກຈິດສໍານຶກ ແລະ ເສີມສ້າງຄວາມຜູກພັນ ຄວາມສາມັກຄີຮັກແພງລະຫວ່າງການນໍາເມືອງ ຜູ້ປົກຄອງ ຄູອາຈານກັບລູກຫຼານໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ເພື່ອເປັນການແລກປ່ຽນບົດຮຽນ ແລະ ເປັນບ່ອນອີງໃນການນໍາພາຈັດຕັ້ງປະຕິບັດໃຫ້ໄປຕາມທິດທາງທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກເມືອງວາງໄວ້ນັ້ນ ຂ້າພະເຈົ້າຂໍມີທັດສະນະແລກປ່ຽນບາງດ້ານຄື: ສໍາລັບນ້ອງນ້ອຍອະນຸຊົນ ເຍົາວະຊົນ ຜູ້ທີ່ຈະເປັນຜູ້ສືບທອດນໍາພາປະເທດຊາດໃນອະນາຄົດຂ້າງໜ້ານັ້ນ ຂໍໃຫ້ຢຶດໝັ້ນໃນຄະຕິທີ່ວ່າ: ຮັກຄວາມສະອາດ ຮັກຄວາມສວຍງາມ ແລະ ເສີມຂະຫຍາຍທຸກຄວາມສາມາດ ເພື່ອພ້ອມກັນເສີມສ້າງສະພາບແວດລ້ອມໃຫ້ດີ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງຄົງຢູ່ຄູ່ກັບພວກເຮົາຕະຫຼອດໄປ ພິເສດ ສໍາລັບນ້ອງນ້ອຍເຍົາວະຊົນທີ່ມາຮ່ວມງານໃນມື້ນີ້ ແມ່ນຕ້ອງເປັນແບບຢ່າງນໍາໜ້າໃນການຮັກສາຄວາມສະອາດ ບໍ່ຖິ້ມຂີ້ເຫຍື້ອຊະຊາຍ ຖ້າພວກເຮົາຊົມໃຊ້ອັນໃດທີ່ກໍ່ໃຫ້ເກີດມີເສດຂີ້ເຫຍື້ອ ພວກເຮົາຕ້ອງເປັນເຈົ້າການຮັບຜິດຊອບເກັບມ້ຽນຂີ້ເຫຍື້ອຖິ້ມໃຫ້ຖືກທີ່ຖືກບ່ອນຕາມທີ່ການຈັດຕັ້ງ ແລະ ສັງຄົມຈັດໄວ້ໃຫ້ ເພາະວ່າການຮັກຄວາມສະອາດແມ່ນມາລະຍາດຂອງຄົນສີວິໄລ ອີກປະການໜຶ່ງ ຕໍ່ກັບລູກຫຼານຜູ້ທີ່ເປັນໜໍ່ແໜງຂອງຊາດ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕ້ອງໄດ້ພ້ອມກັນເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນດີ ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດສິນທໍາ ມີຄວາມກະຕັນຍູຮູ້ບຸນຄຸນພໍ່ແມ່ ຄູບາອາຈານ (ເປັນຄົນຄໍາຮູ້ ) ເພື່ອກຽມພ້ອມກາຍເປັນຜູ້ສືບທອດ ປ່ຽນແທນທີ່ດີໃນອະນາຄົດ ຕໍ່ກັບຄູອາຈານ ກໍຄືພໍ່ແມ່ຜູ້ປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຖ້າຢາກໃຫ້ລູກຫຼານເຮັດໄດ້ດີຄືດັ່ງທີ່ໄດ້ກ່າວມານັ້ນ ກ່ອນອື່ນໝົດ ພວກເຮົາຕ້ອງໄດ້ເປັນແບບຢ່າງທີ່ດີເປັນແວ່ນແຍງອັນໃສແຈ້ງ ເປັນຜູ້ປົກຄອງທີ່ສາມາດເອົາເປັນແບບຢ່າງໄດ້ ເພື່ອໃຫ້ລູກຫຼານພວກເຮົາເຮັດຕາມດ້ວຍຄວາມເຊື່ອໝັ້ນ ໝາຍຄວາມວ່າ ເວົ້າແນວໃດຕ້ອງປະຕິບັດແນວນັ້ນ.
ໃນພິທີຍັງໄດ້ຮັບຟັງປະຫວັດຫຍໍ້ຂອງວັນເດັກນ້ອຍສາກົນ ຕິດພັນກັບຜົນງານປະຈໍາປີຂອງສຶກສາເມືອງນາຊາຍທອງ ຫຼັງຈາກນັ້ນ ທ່ານເຈົ້າເມືອງ ພ້ອມດ້ວຍຄະນະ ແລະ ນັກຮຽນ ເຍົາວະຊົນ ຮ່ວມປູກຕົ້ນໄມ້ 5 ຕົ້ນ ຮ່ວມແຈກເຂົ້າໜົມ ແລະ ຮ່ວມກິດຈະກໍາອື່ນໆຕື່ມອີກ.
# ຂ່າວ – ພາບ : ວຽງມາ