ກົມຄື້ນຄວາມຖີ່ວິທະຍຸສື່ສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບບໍລິສັດ ຫົວເຫວີຍ ແລະ ບັນດາບໍລິສັດຜູ້ໃຫ້ການບໍລິການດ້ານໂທລະຄົມມະນາຄົມ ຈັດສຳມະນາກ່ຽວກັບເຕັກໂນໂລຊີການສື່ສານ 5G ເພື່ອການຫັນເປັນດີຈີຕອນຢູ່ ສປປ ລາວ ຂຶ້ນວັນທີ 27 ພຶດສະພາ 2022 ຜ່ານມາ ຢູ່ໂຮງແຮມດອນຈັນພາເລດ ໂດຍເປັນປະທານຂອງທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ມີຫົວໜ້າຫ້ອງການ ບັນດາຫົວໜ້າກົມ ສູນ ສະຖາບັນ ອຳນວຍການ-ຮອງອຳນວຍການ ບັນດາບໍລິສັດຜູ້ສະໜອງ ແລະ ໃຫ້ການບໍລິການດ້ານໂທລະຄົມມະນາຄົມ ພ້ອມດ້ວຍພາກກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການສຳມະນາຄັ້ງນີ້ ເພື່ອນໍາສະເໜີທ່າອ່ຽງການນໍາໃຊ້ເຕັກໂນໂລຊີ 5G ຂອງສາກົນ ໂດຍສະເພາະໃນພາກພື້ນອາຊີ-ປາຊີຟິກ ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຂອງການພັດທະນາເຕັກໂນໂລຊີ 5G ມາດຕະຖານລະບົບຄວາມປອດໄພຂອງຂອງອຸປະກອນໃນລະບົບ 5G ຂອງສາກົນ ແຜນການຈັດສັນຄື້ນຄວາມຖີ່ ແລະ ນະໂຍບາຍຕ່າງໆໃນການຊຸກຍູ້ການນຳໃຊ້ການສື່ສານ 5G ໃນ ສປປ ລາວ ນອກນີ້ ຍັງເປັນເວທີເພື່ອລະດົມຄວາມຄິດເຫັນໃນການກຳນົດແຜນພັດທະນາລະບົບ 5G ໃຫ້ສອດຄ່ອງກັບລະບຽບສາກົນ ສອດຄ່ອງກັບສະພາບຕົວຈິງຢູ່ ສປປ ລາວ ເພື່ອເຮັດໃຫ້ສາມາດກຳນົດທິດທາງແຜນການ ຂອບເຂດພື້ນທີ່ ໄລຍະເວລາ ຮູບແບບການໃຫ້ບໍລິການ ມາດຕະຖານເຕັກນິກ ແຜນຄື້ນຄວາມຖີ່ສຳລັບເຕັກໂນໂລຊີການສື່ສານ 5G ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຄື້ນຄວາມຖີ່ໃຫ້ມີປະສິດທິຜົນສູງ ແລະ ປະຢັດງົບປະມານໃນການກໍ່ສ້າງພື້ນຖານໂຄງລ່າງເຄືອຂ່າຍເຕັກໂນໂລຊີການສື່ສານ 5G ສໍາມະນາຄັ້ງນີ້ ຈະເປັນບາດກ້າວໃໝ່ສໍາຄັນເພື່ອການຫັນເປັນທັນສະໄໝ ຕາມແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ຂອງລັດຖະບານ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ ການນໍາໃຊ້ ມາດຕະຖານເຕັກນິກ ແລະ ຄຸນນະພາບຂອງການບໍລິການເຕັກໂນໂລຊີການສື່ສານ 5G ຂອງ ສປປ ລາວ ດີຍິ່ງຂຶ້ນ ໃຫ້ຄຽງຄູ່ກັບການພັດທະນາເຕັກໂນໂລຊີໃໝ່ຂອງສາກົນ.
ບໍລິສັດ ຫົວເຫວີຍ ເຕັກໂນໂລຊີລາວ ໄດ້ນໍາສະເໜີຫົວຂໍ້ກ່ຽວກັບ National 5G Strategy
Gear Up Digital Laos ເພື່ອນໍາສະເໜີແນວໂນ້ມການພັດທະນາຂອງ 5G ຢູ່ພາກພື້ນທົ່ວໂລກ ແລະ ກໍລະນີການນໍາໃຊ້ຕົວຈິງສໍາລັບ 5G business case 2C 2H ແລະ 2B ເພື່ອເຮັດໃຫ້ ສປປ ລາວ ສາມາດກະກຽມວາງແຜນຕໍ່ການປັບໃຊ້ເຕັກໂນໂລຊີ 5G ໃຫ້ເກີດຜົນປະໂຫຍດທີ່ສຸດສໍາລັບ ສປປ ລາວ ແລະ ຫົວຂໍ້ພາບລວມຂອງມາດຕະຖານຄວາມປອດໄພຂອງອຸປະກອນໃນລະບົບ 5G ທີ່ເປັນທີ່ຍອມຮັບຢ່າງຫຼວງຫຼາຍຂອງສາກົນຄື: Network Equipment Security Assurance Scheme (NESAS) ເຊິ່ງມາດຕະຖານນີ້ ໄດ້ຮັບການກໍານົດຂຶ້ນໂດຍສອງອົງກອນທີ່ມີບົດບາດສໍາຄັນໃນການກໍານົດຄຸນສົມບັດ ແລະ ມາດຕະຖານຕ່າງໆໃນອຸດສາຫະກໍາໂທລະສັບເຄື່ອນທີ່ສາກົນ ຄື: GSMA ແລະ 3GPP ມາດຕະ ຖານ NESAS ຈະຊ່ວຍໃຫ້ບໍລິການເຄືອຂ່າຍເຕັກໂນໂລຊີ 5G ທັງຜູ້ໃຫ້ບໍລິການ ຜູ້ຜະລິດອຸປະກອນ ແລະ ພາກສ່ວນລັດຖະບານ ມີຄວາມໝັ້ນໃຈໃນຄວາມປອດໄພຂອງອຸປະກອນທີ່ນໍາໃຊ້ໃນລະບົບເຄືອຂ່າຍ 5G ນອກນີ້ ກົມຄື້ນຄວາມຖີ່ວິທະຍຸສື່ສານ ຍັງໄດ້ນໍາສະເໜີຫົວຂໍ້ການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານສຳລັບເຕັກໂນໂລຊີການສື່ສານ 5G (IMT-2020) ໃນ ສປປ ລາວ ເພື່ອນໍາສະເໜີແຜນການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານໃນແຕ່ລະຍ່ານ ໂດຍສະເພາະ ຍ່ານ C-Band 6GHz band ທີ່ມີ bandwidth ທັງໝົດ 1200 MHz (5925 MHz-7125 MHz) ເຊິ່ງ 100 MHz ຂອງຊ່ວງ 7025 MHz-7125 MHz ຖືກຈັດສັນໄວ້ສໍາລັບການໃຊ້ງານຂອງ IMT ແລະ ສ່ວນທີ່ເຫຼືອ ກໍາລັງພິຈາລະນາເພີ່ມຕື່ມ ນະໂຍບາຍຂອງພາກລັດ ເພື່ອຮອງຮັບການນໍາໃຊ້ 5G ໃນ ສປປ ລາວ ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບສະພາບການພັດທະນາຂອງເຕັກໂນໂລຊີໃນປັດຈຸບັນ ພ້ອມນີ້ ຍັງນໍາສະເໜີຄວາມສໍາຄັນກ່ຽວກັບມາດຕະຖານຄວາມປອດໄພຂອງເຄືອຂ່າຍ 5G ເຊິ່ງອຸປະກອນຂອງຜູ້ຜະລິດ ຈະຕ້ອງໄດ້ຮັບຮອງມາດຕະຖານຄວາມປອດໄພຂອງສາກົນ ເປັນຕົ້ນ 3GPP SCAS GSMA NESAS 3GPP TS ETSITS ລວມທັງທຸກໆພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ເປັນເຈົ້າການຮັບຜິດຊອບຮ່ວມກັນ ເພື່ອເຮັດໃຫ້ການນໍາໃຊ້ເທັກໂນໂລຊີ 5G ມີປະສິດທິພາບ ແລະ ປອດໄພຕໍ່ຜູ້ຊົມໃຊ້ ນອກນີ້ ຍັງໄດ້ຮັບຟັງບົດລາຍງານການທົດລອງນໍາໃຊ້ ແລະ ແຜນການພັດທະນາເຄືອຂ່າຍ 5G ໃນ ສປປ ລາວ ຈາກບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ໃນ ສປປ ລາວ ເພື່ອສົ່ງເສີມເຮັດໃຫ້ 5G ມີການໃຫ້ບໍລິການເຕັມຮູບແບບ.
ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ສຳມະນາກ່ຽວກັບເຕັກໂນໂລຊີການສື່ສານ 5G ເພື່ອການຫັນເປັນດີຈີຕອນ ຢູ່ ສປປ ລາວ ເປັນສໍາມະນາທີ່ມີຄວາມໝາຍຄວາມສໍາຄັນ ເພື່ອໃຫ້ຜູ້ສະໜອງອຸປະກອນ ຜູ້ປະກອບການ ແລະ ພາກສ່ວນກະຊວງຜູ້ຄຸ້ມຄອງວຽກງານມະຫາພາກ ໄດ້ມີໂອກາດປຶກສາຫາລືກັນໃນການຫັນເປັນດີຈີຕອນ ຢູ່ ສປປ ລາວ.
# ສະບາໄພ