ປູກຜັກປອດສານພິດຂາຍ ສ້າງລາຍຮັບໄດ້ດີ

ການ​ປູກ​ຜັກ​ປອດ​ສານ­ພິດ​ຂາຍ ສາ­ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ ພ້ອມ​ທັງ​ເຮັດ​ໃຫ້​ສຸ­ຂະ­ພາບ​ຂອງ​ຜູ້​ປູກ ແລະ ຜູ້​ບໍ­ລິ­ໂພກ​ແຂງ­ແຮງ ດັ່ງ​ຄອບ­ຄົວ​ທ່ານ​ນາງ ເລັກ ພົມ​ມະ​ໄລ​ທອງ ບ້ານ​ໂນນ​ແຕ້ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ຍຶດ​ຖື​ອາ­ຊີບ​ປູກ​ຜັກ​ປອດ​ສານ­ພິດ​ຂາຍ ສາ­ມາດ​ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ 4 ລ້ານ​ກີບ​ຕໍ່​ເດືອນ.

ທ່ານ​ນາງ ເລັກ ພົມ​ມະ​ໄລ​ທອງ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ນຳ​ໃຊ້​ເນື້ອ­ທີ່​ດິນ​ຂອງ​ຕົນ​ເອງ ໃຫ້​ເກີດ​ຜົນ​ປະ­ໂຫຍດ ຈຶ່ງ​ໄດ້​ຫັນ​ມາ​ປູກ​ຜັກ​ປອດ​ສານ­ພິດ​ຂາຍ​ເປັນ​ເວ­ລາ​ຫຼາຍ​ປີ​ແລ້ວ ໂດຍ​ເບື້ອງ​ຕົ້ນ​ປູກ​ເນື້ອ​ທີ 2 ໄລ່ ປະ­ກອບ​ມີ​ຜັກ​ກາດ ຜັກ​ສະ­ຫຼັດ ຫອມ​ບົ່ວ ຫອມ­ປ້ອມ ເຊ​ເລີ​ລີ ແລະ ອື່ນໆ ພາຍ­ຫຼັງ​ຕະ ຫຼາດ​ມີ​ຄວາມ​ຕ້ອງ­ການ​ສູງ ຕົນ​ຈຶ່ງ​ຂະ­ຫຍາຍ​ເນື້ອ­ທີ່​ອອກ​ຕື່ມ​ອີກ ປັດ­ຈຸ­ບັນ​ມີ​ເນື້ອ­ທີ່​ປູກ 5 ໄລ່ ໃນ​ນີ້​ໄດ້​ປູກ​ໝາກ​ໄມ້​ໃຫ້​ໝາກ ແລະ ຜັກ​ໃຫ້​ຫົວ ຄື: ບັອກ​ຄໍ​ລີ້ ໝາກ­ແຕງ ໝາກ­ຖົ່ວ ແລະ ຫົວ​ກາ​ລົດ ຜົນ​ຜະ­ລິດ​ດັ່ງ­ກ່າວ​ແມ່ນ​ນຳ​ມາ​ຈຳ­ໜ່າຍ​ເອງ​ວັນ​ເສົາ ແລະ ວັນ​ພຸດ​ຂອງ​ທຸກ​ອາ­ທິດ ຢູ່​ຕະ­ຫຼາດ​ຜັກ​ປອດ​ສານ­ພິດ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ນີ້ ປະ­ເພດ​ຜັກ​ໃຫ້​ໃບ ລາ­ຄາ 10.000-15.000 ກີບ​ຕໍ່​ກິ​ໂລ ແລະ ປະ­ເພດ​ໃຫ້​ຫົວ ໃຫ້​ໝາກ ຂາຍ​ລາ­ຄາ 15.000-25.000 ກີບ​ຕໍ່​ກິ​ໂລ.

ສຳ­ລັບ​ການ​ປູກ​ຜັກ​ປອດ​ສານ­ພິດ ປັດ­ຈຸ­ບັນ​ແມ່ນ​ພົບ​ຄວາມ​ຫຍຸ້ງ­ຍາກ ຍ້ອນ​ອາ­ກາດ​ຮ້ອນ​ອົບ­ເອົ້າ ນ້ຳ​ຫົດ​ບໍ່​ພຽງ­ພໍ ເຮັດ​ໃຫ້​ຜັກ​ຂະ­ຫຍາຍ​ໂຕ​ຊ້າ ຕ້ອງ​ໄດ້​ໃຊ້​ຕົ້ນ​ທຶນ​ເພີ່ມ​ຂຶ້ນ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!