ມອບ​ປຶ້ມ `ລາ​ຕີ​ລ້ານ​ແສງ` 2.500 ເຫຼັ້ມ ໃຫ້​ຫໍ​ສະ​ໝຸດ​ແຫ່ງ​ຊາດ

    ທ່ານ ວິ​ເສດ​ ສະ​ແຫວງ​ສຶກ​ສາ ນັກ​ຂຽນ ນັກ​ປະ​ພັນ ໄດ້​ນຳ​ຜົນ​ງານ​ໂຮມ​ເລື່ອງ​ສັ້ນຄັດ​ຈ້ອນ​ຢ້ອນ​ຫຼັງໃນ​ຊຸດ ລາ​ຕີລ້ານ​ແສງ ຈຳ​ນວນ 2.500 ເຫຼັ້ມ ໃຫ້​ແກ່​ຫໍ​ສະ​ໝຸດ​ແ​ຫ່ງ​ຊາດ ເພື່ອ​ນຳ​ໄປ​ແຈກ​ຢາຍ​ໃຫ້​ບັນ​ດາ​ ແຂວງ​ຢ່າງ​ທົ່ວ​ເຖິງ ແນ​ໃສ່​ປະ​ກອບ​ສ່ວນ​ໃນ​ການ​ສົ່ງ​ເສີ​ມ​ການ​ອ່ານ.

    ທ່ານ ວິ​ເສດ​ ສະ​ແຫວງ​ສຶກ​ສາ ກ່າວ​ວ່າ: ໂຮມ​ເລື່ອງ​ສັ້ນ “ລ​າ​ຕີ​ລ້ານ​ແສງ” ທີ່​ນຳ​ມາມອບ​ເທື່ອນີ້ ເປັນ​ການ​ໂຮມ​ເລື່ອງ​ສັ້ນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕີ​ພິມ​ແຕ່​ປີ 1982 ຈົນ​ເຖິ​ງຊຸ​ມ​ປີ 2002 ເຫດ​ຜົ​ນ​ຂອງ​ການ​ໂຮມ​ເລື່ອງ​ສັ້ນຊຸດນີ້ ເນື່ອງ​ຈາກ​ເຫັນ​ໄດ້​ວ່າມີ​ຄວາມ​ຈຳ​ເປັນ ​ເພື່ອແນໃສ່​ຊຸກ​ຍູ້ ສົ່ງ​ເສີ​ມ​ການ​ອ່ານ ໃຫ້​ທົ່ວ​ສັງ​ຄົມ​ລາວ ເພາະ​ໃນ​ໄລ​ຍະ​ຜ່ານ​ມາ ເຄີຍ​ໄດ້​ຍິນ​ສຽງ​ວິ​ພາກວີ​ຈານ​ກ່ຽວ​ກັບ​ຄົນ​ລາວບໍ່​ມັກ​ອ່ານ ດັ່ງ​ນັ້ນ ​ການ​ມອບ​ປື້ມ​ໃນ​ເທື່ອ​ນີ້ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ສົ່ງ​ເສີມ​ການ​ອ່ານ​ຂ​ອງ​ຄົນ​ລາວ.

   ທ່ານ ນາງ ຂັ​ນ​ທະ​ມາ​ລີ ຍັງ​ນຸ​ວົງ ອຳ​ນວຍ​ການ​ຫໍ​ສະ​ໝຸດ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ກັບ​ການ​ປະ​ກອບ​ສ່ວນ​ໃນ​ການ​ສົ່​ງ​ເສີມ​ການ​ອ່ານ ເຊິ່ງ​ປື້ມ​ຈຳ​ນວນ 2.500 ເຫຼັ້ມ ມູນ​ຄ່າ 87,5 ລ້ານ​ກີບ ຈະ​ໄດ້​ເກັບ​ໄວ້​ຢູ່​ຫໍ​ສະ​ໝຸດ​ແຫ່ງ​ຊາດ​ສ່ວນ​ໜຶ່ງ ແລະ ຈະ​ໄດ້​ສົ່ງ​ເຖິງ​ບັນ​ດາ​ແຂວງ​ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ເຈ​ຕະ​ນາ​ລົມ​ຂອງ ​ທ່ານ​ ວິ​ເສດ ສະ​ແຫວງ​ສຶກ​ສາ  ເຮັດ​ໃຫ້​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ ກໍ​ຄືສາ​ມາດ​ອ່ານ ແລະ ຕິດ​ຕາມ​ຜົນ​ງານ​ຂອງ​ເພິ່ນ​ໄດ້.

    ປື້ມໂຮມ​ເລື່ອງ​ສັ້​ນຄັດ​ຈ້ອນ​ຢ້ອນຫຼັງ ຊຸດ “ລາ​ຕີ​ລ້ານ​ແສງ” ແມ່ນ​ເປັນ​ການ​ໂຮມ​ເອົາ​ຜົນ​ງານ​ໃນ​ອະ​ດີດ​ຂອງທ່ານ ວິ​ເສດ ສະ​ແຫວງ​ສຶກ​ສາ ຈາກ​ປື້ມ​ໂຮມ​ເລື່ອງ​ສັ້ນ 4 ຊຸດ​ຂອ​ງ​ເພິ່ນ ຄື ປື້ມ “ດອງ​ສອງ​ຊັ້ນ” ຈັດ​ພິມ​ໃນ​ປີ 1985 ປື້​ມ “ລຳ​ເຊ​ສະ​ອຶ້ນ” ພິມ​ປີ 1995 ປື້ມ “ນົກ​ອ້ຽງ​ຂີ້​ຕາ​ຄວາຍ”  ພິມ​ໃນ​ປີ 2000 ແລະ ປື້ມ “​ອຸ​ບັດ​ຫ້ຽມ” ​ທີ່​ພິມ​ໃນ​ປີ 2003 ເຊິ່ງ​ເລື່ອງ​ສັ້ນ​ທີ່​ຄັດ​ຈ້ອນ​ທັງ 13 ເລື່​ອງ​ໃນ​ປື້ມ ລາ​ຕີ​ລ້ານ​ແສງ ນີ້​ ຂຽນ​ຂຶ້ນ​ລະ​ຫວ່າງ​ປີ 1982-2002 ເຊິ່ງ​ຜູ້​ຂຽນ​ບອກວ່າ​ເປັນ​ລະ​ດູ​ບານ​ໃໝ່ ໃນ​ການ​ຜະ​ລິດ​ເລື່ອງ​ສັ້ນ​ຂອງ​ເພິ່ນ.

    ສຳ​ລັບພິ​ທີ​ມອບ​ປື້ມ​ຈຳ​ນວນ​ດັ່ງ​ກ່າວ ມີ​ຂຶ້ນ​​ວັນ​ທີ 31 ພຶດ​ສະ​ພາ 2022 ທີ່​ຫໍ​ສະ​ໝຸດ​ແຫ່ງຊາດ  ​ກ່າວ ມ​ອບ​ໂດຍ ທ່ານ ວິ​ເສດ ສະ​ແຫວງ​ສຶກ​ສາ ແລະ ກ່າວ​ຮັບ​ໂດຍ ທ່ານນາງ ຂັ​ນ​ທະ​ມາ​ລີ ຍັງ​ນຸ​ວົງ ເຊິ່ງ​ມີ​ບັນ​ດາ​ນັກ​ຂຽນ ນັກ​ປະ​ພັນ ພ້ອມ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

# ຂ່າວ – ພາບ : ສຸ​ລິ​ໂຍ 

error: Content is protected !!