ສຍ ນວ ແລະ ໂຮງຮຽນນານາຊາດ AIS ສ້າງຂະບວນການອອກແຮງງານ

    ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ (ສຍ ນວ) ຮ່ວມກັບໂຮງຮຽນນານາຊາດອົດສະຕຣາລີ (AIS) ໄດ້ຈັດກິດຈະກຳສ້າງຂະບວນການອອກແຮງງານ ໃນວັນທີ 31 ພຶດສະພາ 2022 ຢູ່ສວນສີໂຄດຕະບອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ທ່ານນາງ ສັກດີນາ ໂຣຊອງ ຜູ້ອຳນວຍການໃຫຍ່ໂຮງຮຽນນານາຊາດ AIS ທ່ານ ອິນປອງ ທຸມມາ ຮອງເຈົ້າເມືອງສີໂຄດຕະບອງ ພ້ອມອຳນາດການປົກຄອງບ້ານໜອງດ້ວງເໜືອ ແລະ ນ້ອງນັກຮຽນເຂົ້າຮ່ວມ. 

    ທ່ານ ນາງ ຫຼຽນຄຳ ວິລະພັນ ກ່າວວ່າ: ກິດຈະກຳດັ່ງກ່າວນີ້ ຈັດຂຶ້ນເພື່ອເປັນການສ້າງຂະບວນການ ຕ້ອນຮັບວັນເດັກສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ອີງໃສ່ທິດຊີ້ນຳຂອງການນຳນະຄອນຫຼວງວຽງຈັນ ແລະ ບົດແນະນຳ ເຊິ່ງການຈັດງານໃນມື້ນີ້ ທາງໂຮງຮຽນນານາຊາດ AIS ໄດ້ຮ່ວມກັບສູນສຸຂະພາບພັດທະນາແມ່ຍິງ-ໄວໜຸ່ມຂອງສະຫະພັນແມ່ຍິງ ນວ ຈັດກິດຈະກຳການອອກແຮງງານນີ້ຂຶ້ນ ທັງນີ້ກໍເພື່ອເປັນການປູກຈິດສຳນຶກໃຫ້ແກ່ເດັກ-ໄວໜຸ່ມ ຮູ້ຮັກສາຄວາມສະອາດໃນຈຸດທີ່ເປັນຂອງສາທາລະນະ ຄືກໍຢູ່ສວນສີໂຄດຕະບອງແຫ່ງນີ້. 

    ສຳລັບ ຄຳຂວັນວັນເດັກປະຈຳປີ 2022 ນີ້ ແມ່ນ “ສ້າງອະນາຄົດທີ່ດີກວ່າ ເພື່ອບັນເທົາທຸກຄົນ” ແລະ ທາງໂຮງຮຽນນານາຊາດ AIS ພວກເຮົາກໍໄດ້ສ້າງຄຳຂວັນໃຫ້ແກ່ກິດຈະກຳໃນມື້ນີ້ຄື:“ຮັກຊາດ ຮັກສາ ຄວາມສະອາດຊ່ວຍກັນ”.​

error: Content is protected !!