ຊຸກຍູ້ຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງຮຽນປາດຖະໜາ

   ວັນທີ 31 ພຶດສະພາ 2022 ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ພອລ ເຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ແລະ ທ່ານ ນາງ ເຍເລນາ ໂຊດານໂທວາ ຕາງໜ້າອົງການອຸຍນີເຊບ ປະຈໍາລາວ ໄດ້ຢ້ຽມຢາມຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ຜ່ານອົງການອຸຍນີເຊບ ໃຫ້ແກ່ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນປາດຖະໜາ ໂດຍມີຫົວໜ້າກົມ ຮອງກົມ ພະແນກສາທາລະນະສຸກ ພ້ອມດ້ວຍພະນັກງານສາທາລະນະສຸກ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. 

    ທ່ານ ບຸນແຝງ ພູມມະໄລສິດ ມີຄໍາເຫັນວ່າ: ຮ່ວມກັນລົງຕິດຕາມຊຸກຍູ້ໃຫ້ການສະໜັບສະໜູນແກ່ການຈັດຕັ້ງປະຕິບັດການໃຫ້ວັກຊີນໂຄວິດ-19 ຢູ່ໂຮງຮຽນ ມສ ປາດຖະໜາຄັ້ງນີ້ ມີຄວາມໝາຍສໍາຄັນຢ່າງຍິ່ງ ຂໍຂອບໃຈມາຍັງທ່ານທູດອົດສະຕຣາລີ ທີ່ຍາມໃດກໍໄດ້ມີຄວາມພະຍາຍາມໃນການຈັດສັນຫາວັກຊີນໂຄວິດ-19 ເຂົ້າມາຊ່ວຍເຫຼືອປະເທດເຮົາ ເຊິ່ງມີວັກຊີນ AstraZeneca 100.000 ໂດສ Pflzer 1.305.580 ໂດສ ລວມທັງໝົດ 1,4 ລ້ານໂດສ ວັກຊີນດັ່ງກ່າວ ໄດ້ມີການແຈກຈ່າຍໄປໃຫ້ກັບພະແນກສາທາລະນະສຸກແຕ່ລະແຂວງໃນຂອບເຂດທົ່ວປະເທດ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທຸກຄົນໄດ້ເຂົ້າເຖິງຢ່າງເທົ່າທຽມ ເປັນການປະກອບສ່ວນເຮັດໃຫ້ເຮັດໃຫ້ອັດຕາການສັກຢາໂຄວິດ-19 ນັບມື້ນັບສູງຂຶ້ນເລື້ອຍໆ ປັດຈຸບັນ ການສັກເຂັມທີ 1 ກວມໄດ້ 79,17% ເຂັມທີ 2  ກວມໄດ້ 68,82%  ທຽບໃສ່ປະຊາກອນທົ່ວໄປ  ແຕ່ຖ້າທຽບໃສ່ປະຊາກອນເປົ້າໝາຍອາຍຸແຕ່ 6 ປີຂຶ້ນໄປ ເຂັມທີ 1 ບັນລຸໄດ້ 90,5% ເຂັມທີ 2 ບັນລຸໄດ້ 78,6% ແລະ ເຂັມກະຕຸ້ມ 23,9% ຍ້ອນອັດຕາການສັກຢານັບມື້ເພີ່ມຂຶ້ນ ສົມທົບກັບມາດຕະການໃນການປ້ອງກັນທີ່ມີສ່ວນຮ່ວມຈາກສັງຄົມທຸກຊັ້ນຄົນ ຈຶ່ງເຮັດໃຫ້ການລະບາດຂອງພະຍາດ ແລະ ການເສຍຊີວິດຍ້ອນພະຍາດດັ່ງກ່າວ ນັບມື້ຄ່ອຍຫຼຸດລົງ ທັງນີ້ ຂໍຂອບໃຈມາຍັງອົງການອຸຍນີເຊບ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ເຮັດໃຫ້ການສັກວັກຊີນໂຄວິດ-19 ເຂົ້າສູ່ມາດຕະຖານ ແລະ ມີຄວາມປອດໄພ. 

    ທ່ານ ບຸນຕີ ສິດທິນົນທອງ ອໍານວຍການໂຮງຮຽນ ມສ ປາດຖະໜາ ໃຫ້ສໍາພາດວ່າ: ໂຮງຮຽນໄດ້ເລີ່ມເປີດການຮຽນ-ການສອນເຊິ່ງໜ້າ ແຕ່ເດືອນມັງກອນເປັນຕົ້ນມາ ເຊິ່ງການຈັດຕັ້ງປະຕິບັດການຮຽນ-ການສອນ ໄດ້ປະຕິບັດຕາມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ພ້ອມນັ້ນ ໄດ້ສົມທົບກັບຫ້ອງການສຶກສາທິການ ແລະ ກີລາ ແລະ ຫ້ອງການສາທາລະນະສຸກເມືອງໄຊເສດຖາ ຈັດຕັ້ງຂະບວນການສັກວັກຊິນໃຫ້ແກ່ນ້ອງນັກຮຽນ ເຊິ່ງມີຈໍານວນທັງໝົດ 1.700 ປາຍກວ່າຄົນ ໃນນີ້ ກຸ່ມເປົ້ໝາຍສັກວັກຊິນຊັ້ນປະຖົມອາຍຸແຕ່ 6-11 ປີ ມີ 700 ຄົນ ສ່ວນມັດທະຍົມ ອາຍຸ 12-17 ປີ ມີ 600 ປາຍຄົນ ສາມາດສັກເຂັມ 1 ເຂັມ 2 ສໍາເລັດ 100% ສ່ວນເຂັມກະຕຸ້ນ ສືບຕໍ່ສັກໃນວັນທີ 31 ພຶດສະພານີ້ ໃນນີ້ ກວມເອົາປະມານ 0,1% ທີ່ບໍ່ສາມາດສັກເຂັມກະຕຸ້ນ ເນື່ອງຈາກວ່າມີປະຫວັດການຕິດເຊື້ອ ຖ້າຫາກຮອດກໍານົດການສັກວັກຊິນກໍຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດ.

.

    # ຂ່າວ – ພາບ :  ຂັນທະວີ 

error: Content is protected !!